ວັນທີ 11 ສິງຫາ 2023, ສານປະຊາຊົນສູງສຸດໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງສານປະຊາຊົນສູງສຸດ ຄົບຮອບ 41 ປີ ໂດຍການເຜີຍແຜ່ຂອງທ່ານ ບຸນຂວາງ ທະວີສັກ ແລະ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ມີຄະນະນະກົມ, ຫ້ອງການ, ພະແນກ ,ພະນັກງານ-ລັດຖະກອນ ແລະ ສານທ້ອງຖີ່ນເຂົ້າຮ່ວມຮັບຟັງທາງອອນລາຍ.
ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ກ່າວວ່າ: ຕະຫລອດໄລຍະ 41 ປີຜ່ານມາ, ສານປະຊາຊົນສູງສຸດໄດ້ຮັບການປັບປຸງ ກໍ່ສ້າງນັບມື້ນັບເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດເປັນກ້າວໆມາ ເຮັດໃຫ້ໄດ້ຮັບຄວາມເຄົາລົບ ແລະ ເຊື່ອຖືຈາກປະຊາຊົນ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດເປັນຢ່າງດີ ແລະ ມີຜົນງານຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນດ້ານການຕັດສິນ, ພິພາກສາຄະດີ, ໄດ້ເອົາໃຈໃສ່ປັບປຸງແບບແຜນກົນໄກການດຳເນີນຄະດີໃຫ້ມີຄວາມວ່ອງໄວ, ຈັດວາງຜູ້ພິພາກສາໃຫ້ມີຄວາມເໝາະສົມ ຜ່ານການຈັດຕັ້ງປະຕິບັດຕົວຈິງເຮັດໃຫ້ການພິຈາລະນາຕັດສິນຄະດີ ມີຄວາມວ່ອງໄວ ແລະ ມີຄຸນນະພາບນັບມື້ນັບສູງ.
ທ່ານຍັງກ່າວຕື່ມວ່າ: 5 ປີຜ່ານມາ ມີຄະດີເຂົ້າມາສານປະຊາຊົນສູງສຸດ 44. 520 ກວ່າເລື່ອງ, ຄ້າງມາ 1.606 ເລື່ອງ ລວມທັງໝົດ 46.127 ເລື່ອງ. ແກ້ໄຂໄດ້ 43.559 ເລື່ອງ, ຍັງຄ້າງ 2.568 ເລື່ອງ ເຊິ່ງຜ່ານການຕັດສິນ, ພິພາກສາຄະດີດັ່ງກ່າວ ເຫັນໄດ້ວ່າຄູ່ຄວາມ ມີຄວາມພໍໃຈຕໍ່ຜົນການຕັດສິນ, ພິພາກສາຄະດີຂອງສານຫຼາຍຂຶ້ນ, ໂດຍສະເພາະແມ່ນຄະດີອາຍາ ໄດ້ຈັດຕັ້ງປະຕິບັດ 21.400 ກວ່າເລື່ອງ ກວມເອົາ 92,63 % ຂອງຄະດີອາຍາທີ່ສານຂັ້ນຕົ້ນໄດ້ຕັດສິນ, ຄະດີແພ່ງ 5.500 ກວ່າເລື່ອງ ກວມເອົາ 70,55% ຂອງຄະດີແພ່ງທີ່ສານຂັ້ນຕົ້ນໄດ້ຕັດສິນ.
ນອກຈາກການພິຈາລະນາຕັດສິນຄະດີ ແລ້ວຍັງໄດ້ອອກຄຳຊີ້ຂາດໂທດປະຫານຊີວິດ ຈໍານວນ 114 ເລື່ອງ, ອົງການໄອຍະການປະຊາຊົນສູງສຸດ ສະເໜີຮື້ຟື້ນຄະດີ ຈຳນວນ 12 ເລື່ອງ, ສົ່ງຄືນສານປະຊາຊົນຂັ້ນຕົ້ນ 10 ເລື່ອງ, ສົ່ງໃຫ້ອົງການໄອຍະການໄອຍະການປະຊາຊົນສູງສຸດ ຕິດຕາມກວດກາຄໍາພິພາກສາ 13 ເລື່ອງ ແລະ ປັດຈຸບັນຍັງຄ້າງ ຈໍານວນ 13 ເລື່ອງ.