ປກສ ເມືອງທ່າແຂກ ກັກຕົວຜູ້ຄ້າຂາຍຢາເສບຕິດ 2 ຄົນ ພ້ອມຂອງກາງຢາບ້າ 90.000 ເມັດ

ວັນທີ 21 ກໍລະກົດ 2023, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຄ້າຂາຍຢາເສບຕິດຢູ່ຂອບເຂດ ທ່າຝຣັ່ງ ບ້ານ ທອກນາຍໍ ເມືອງທ່າແຂກ, ດັ່ງນັ້ນ, ຈຶ່ງໄດ້ນຳກຳລັງລົງກວດກາຕິດຕາມສະຖານທີ່ດັ່ງກ່າວ. ມື້ຕໍ່ມາວັນທີ 22 ກໍລະກົດ 2023 ໄດ້ພົບເຫັນເປົ້າໝາຍຂັບຂີ່ລົດກະບະຍີ່ຫໍ້ ໂຕໂຍຕ້າ ລີໂວ້ ສີສົ້ມ ໜາຍເລກທະບຽນ ກລ 4877 ກຳແພງນະຄອນ ໄດ້ຂັບຂີ່ມາສູ່ຈຸດນັດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ວິຊາສະເພາະໄດ້ສະແດງຕົວເຂົ້າກັກຕົວເປົ້າໝາຍໄດ້ຜູ້ຖືກຫາ 2 ຄົນຄື: ທ້າວ ບົວຊົ່ງ ອາຍຸ 28 ປີ ປະຊາຊົນ ບ້ານສົບພວນ ແລະ ທ້າວ ກູ້ກື ອາຍຸ 25 ປີ ປະຊາຊົນ ຢູ່ບ້ານ ໂພນສະອາດ ພວກກ່ຽວທັງສອງ ຢູ່ເມືອງ ຄຳເກີດ ແຂວງບໍລິຄຳໄຊ, ພ້ອມລົດ 1 ຄັນ, ຈຶ່ງໄດ້ ນຳຕົວພວກກ່ຽວ ມາດຳເນີນການ ສືບສວນ-ສອບສວນ, ພ້ອມດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່: ຜູ້ຖືກຫາທັງສອງຍັງຮັບສາລະພາບວ່າ: ຢາບ້າທີ່ພວກຕົນນຳມາສົ່ງຂາຍຄັ້ງນີ້ແມ່ນໄດ້ເອົາໄປເຊື່ອງໄວ້ຢູ່ປ່າ ແຄມທາງເຂົ້າຖ້ຳພະໜອງປາຝາ ບ້ານ ນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ. ຕໍ່ມາທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ຈຶ່ງໄດ້ນຳກຳລັງລົງໄປເກັບກູ້ເອົາຂອງກາງຢາເສບຕິດປະເພດຢາບ້າ ໄດ້ທັງໝົດ 90.000 ເມັດ.
ປັດຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະກຳລັງທຳການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

