ເຕືອນການສັນຈອນຜ່ານເມືອງພູຄູນ ແຂວງຫລວງພະບາງ ປັດຈຸບັນຍັງພົບຄວາມຫຍຸ້ງຍາກຫລາຍໃນປັດຈຸບັນ

ເນື່ອງຈາກມີຝົນຕົກຕິດຕໍ່ກັນຫລາຍວັນ ນັບແຕ່ເດືອນກໍລະກົດ ຈົນເຖິງປັດຈຸບັນ ເຮັດໃຫ້ສະພາບເສັ້ນທາງເຂດເມືອງພູຄູນ ແຂວງຫລວງພະບາງ ພົບຄວາມຫຍຸ້ງຍາກຫລາຍ ໂດຍສະເພາະເສັ້ນທາງຫລວງແຫ່ງຊາດເລກທີ 7 ແລະ ເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ.

ທ່ານ ແສງດາວ ຫລວງວິເສດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງພູຄູນ ໃຫ້ສຳພາດຕໍ່ຂ່າວວິທະຍຸກະຈາຍສຽງແຂວງຫລວງພະບາງ ໃນວັນທີ 12 ສິງຫາ 2023 ວ່າ: ປັດຈຸບັນການສັນຈອນຜ່ານເສັ້ນທາງຫລວງແຫ່ງຊາດເລກທີ 7 ແຕ່ເມືອງພູຄູນ ຫາ ແຂວງຊຽງຂວາງ ແລະ ເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ ແຕ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງພູຄູນ ແລະ ເມືອງຊຽງເງິນ ແຂວງຫລວງພະບາງ ແມ່ນເກີດມີດິນເຈື່ອນ ແລະດິນຍຸບຫລາຍຈຸດ, ເຊິ່ງບໍລິສັດຮັບເໝົາການແກ້ໄຂໄພພິບັດສຸກເສີນ ໄດ້ເອົາໃຈໃສ່ແກ້ໄຂເບື້ອງຕົ້ນ ເພື່ອບໍ່ໃຫ້ການສັນຈອນຕິດຄັດ. ສຳລັບເສັ້ນທາງຫລວງທ້ອງຖິ່ນ ແມ່ນໄດ້ຮັບຜົນກະທົບຫລາຍຈຸດ ບາງຈຸດສາມາດສັນຈອນໄດ້ພຽງລົດຈັກ, ເຊິ່ງຄະນະນຳຂອງເມືອງໄດ້ມອບອຸປະກອນ ແລະ ລະດົມໃຫ້ປະຊາຊົນ ພ້ອມກັນແກ້ໄຂເບື້ອງຕົ້ນ ໂດຍນຳໃຊ້ແຮງງານປະຊາຊົນພາຍໃນບ້ານ, ພ້ອມນີ້ ໄດ້ປັກເຄື່ອງໝາຍໄວ້ທຸກຈຸດທີ່ມີຄວາມສ່ຽງຂະເກີດອຸບັດຕິເຫດ, ເພື່ອເຮັດໃຫ້ການສັນຈອນມີຄວາມປອດໄພ ແລະ ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງເພີ່ມສະຕິລະວັນຕົວໃນການສັນຈອນ ເພື່ອບໍ່ໃຫ້ເກີດອຸບັດຕິເຫດ.

ນອກຈາກສະພາບເສັ້ນທາງທີ່ໄດ້ຮັບຜົນກະທົບ ໄດ້ມີເຮືອນຂອງປະຊາຊົນຖືກດິນຍຸບໄປທັງຫລັງ ຈຳນວນ 3 ຫລັງ ແລະ ຍັງມີຄວາມສ່ຽງອີກຫລາຍຫລັງ. ມາຮອດປັດຈຸບັນໄດ້ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ ສຳລັບເຮືອນຂອງປະຊາຊົນມີ 5 ຕື້ກວ່າກີບ, ສ່ວນເສັ້ນທາງມີ 10 ຕື້ກວ່າກີບ, ສຳລັບແຜນການແກ້ໄຂໄລຍະຍາວ ຈະມີການເກັບກຳຂໍ້ມູນຜົນກະທົບໃຫ້ລະອຽດ ແລະຈະປະກອບເອກະສານເປັນການແກ້ໄຂແຕ່ລະໂຄງການ ແລະແຕ່ລະໜ້າວຽກໃນຂັ້ນຕໍ່ໄປ.