ຮອງລັດຖະມົນຕີກະຊວງການເງິນ ຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຈຳປາສັກ ພ້ອມທັງເນັ້ນສືບຕໍ່ປະຕິບັດວຽກງານຕໍ່ໜ້າໃຫ້ມີປະສິດທິພາບ

ວັນທີ 9-11 ສິງຫາ 2023, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານເກັບລາຍຮັບ ແລະ ປະເມີນພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງຢູ່ສ່ວຍສາອາກອນ ປະຈຳແຂວງຈຳປາສັກ ແລະ ປະກາດການແຕ່ງຕັ້ງພະນັກງານປະຈຳການຢູ່ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ.
ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນແຂວງຈຳປາສັກ ລາຍງານວ່າ: ການຈັດຕັ້ງແຜນງົບປະມານແຫ່ງລັດ 7 ເດືອນປີ 2023 ກ່ຽວກັບການຈັດເກັບລາຍຮັບປະຕິບັດໄດ້ທັງໝົດຈຳນວນ 1.312,21 ຕື້ກີບ, ທຽບໃສ່ແຜນ 9 ເດືອນເທົ່າກັບ 82,21% ທຽບໃສ່ແຜນການປີເທົ່າກັບ 68,21%, ທຽບໃສ່ໄລຍະດຽວກັນຂອງປີກອນເພີ່ມຂຶ້ນ 42,67%. ໃນນັ້ນ, ລາຍຮັບສູນກາງປະຕີບັດໄດ້ຈໍານວນ 718,87 ຕື້ກີບ, ລາຍຮັບປົກກະຕິ 718,76 ຕື້ກີບ, ທຽບໃສ່ແຜນ 9 ເດືອນເທົ່າກັບ 86,46%, ທຽບໃສ່ແຜນການປີເທົ່າກັບ 71,88%, ລາຍຮັບທ້ອງຖິ່ນປະຕິບັດໄດ້ຈໍານວນ 593,34 ຕື້ກີບ, ທຽບໃສ່ແຜນ 9 ເດືອນເທົ່າກັບ 77,59%, ທຽບໃສ່ແຜນການປີເທົ່າກັບ 64,23%.
ນອກນີ້, ໃນກອງປະຊຸມໄດ້ປະເມີນຜົນພະນັກງານທີ່ໄດ້ແຕ່ງຕັ້ງລົງກໍ່ສ້າງຮາກຖານຢູ່ສ່ວຍສາອາກອນແຂວງຈຳປາສັກ, ໄດ້ຍົກໃຫ້ເຫັນແຕ່ລະບັນຫາເປັນຕົ້ນ: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ; ພາວະຄວາມເປັນຜູ້ນຳ, ແບບແຜນການນໍາພາ ແລະ ການບໍລິຫານການປ່ຽນແປງ; ການຕັດສິນໃຈ ແລະ ການແກ້ໄຂບັນຫາ, ການພັດທະນາວຽກງານວິຊາສະເພາະຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນໃນຕຳແໜ່ງປັດຈຸບັນ; ສາເຫດທີ່ເຮັດໃຫ້ວຽກງານຜ່ານມາບໍ່ສໍາເລັດຕາມຄາດໝາຍ; ວິທີແກ້ໄຂເພື່ອເຮັດໃຫ້ວຽກງານສໍາເລັດຕາມຄາດໝາຍ; ວິໄສທັດໃຫ້ຄະແນນຕົນເອງໃນ 5 ມາດຖານ.
ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການເງິນ ມີຄຳເຫັນໂອລົມ ໂດຍເນັ້ນໃຫ້ມີການຕິດຕາມກວດກາຢ່າງເປັນປະຈຳ ແລະ ປະເມີນຜົນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ເພື່ອວາງທິດທາງແຜນການໃນຕໍ່ໜ້າໃຫ້ສອດຄອງ, ການສົ່ງພະນັກງານ-ລັດຖະກອນ, ລົງກໍ່ສ້າງຮາກຖານການເມືອງຢູ່ທ້ອງຖິ່ນເຊິ່ງເປັນວຽກງານໜຶ່ງທີ່ສຳຄັນ, ເພື່ອເປັນການກໍ່ສ້າງພະນັກງານຕາມລັກການພັກ, ກໍາໄດ້ສະພາບທ້ອງຖິ່ນ ແລະ ເປັນການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງໃນຕໍ່ໜ້າໃຫ້ມີປະສິດທິພາບ ແນໃສ່ຊອກໃຫ້ໄດ້ເຖິງອັນດີພົ້ນເດັ່ນ, ບັນຫາ-ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງວຽກພັກ-ພະນັກງານໃຫ້ຖືກຕ້ອງ ແລະ ຮັບປະກັນ.

