ຕໍາຫລວດບໍລິຄໍາໄຊຈັບຜູ້ລັກລອບຂົນສົ່ງຢາ ເສບຕິດພ້ອມຂອງກາງຢາບ້າ 80 ພັນເມັດ

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ລາຍງານວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຜູ້ລັກລອບຂົນສົ່ງຢາເສບຕິດໄດ້ 3 ຄົນຢູ່ເຂດບ້ານຫ້ວຍສຽດເມືອງປາກຊັນ ຄື: ທ້າວ ນຳ ອາຍຸ 21 ປີຢູ່ບ້ານດອນຊາດ, ທ້າວ ພອນ ອາຍຸ 23 ປີຢູ່ບ້ານໂພນເມືອງນ້ອຍ ແລະ ທ້າວ ໄມຄຳ ອາຍຸ 26 ປີຢູ່ບ້ານອຸດົມເມືອງຄຳເກີດແຂວງບໍລິຄຳໄຊ ແລະ ຂອງກາງຢາບ້າ 80 ພັນເມັດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງມີພົນລະເມືອງດີລາຍງານວ່າຈະມີການຂົນສົ່ງຢາເສບຈໍານວນຫລາຍໃນເຂດບ້ານດັ່ງກ່າວ, ຈຶ່ງຈັດກໍາລັງລົງຕິດຕາມ ແລະ ພົບເຫັນເປົ້າໝາຍມີລົດກະບະຮຸນໄດ ແລະ ລົດຈັກຈອດຢູ່ແຄມທາງ, ຈຶ່ງໄດ້ເຂົ້າກວດຄົ້ນ ແລະ ພົບເຫັນຢາເສບຕິດດັ່ງກ່າວຊຸກເຊື່ອງໄວ້ໃນຖົງໜຶ່ງໜ່ວຍ, ຈຶ່ງໄດ້ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສຶບສວນຂອງເຈົ້າໜ້າທີ່ພວກເຂົາຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນພວກຕົນໄດ້ຮັບຈ້າງຂົນມາໃຫ້ຊາຍຄົນໜຶ່ງໃນຈຸດນັດສົ່ງ ແລະ ໃນຂະນະລໍຖ້າຄົນມາເອົາກໍຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ, ຊຶ່ງປັດຈຸບັນ ເຈົ້າໜ້າທີ່ພວມກໍາລັງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີຕາມກົດໝາຍ.
