ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ຜູ້ພິພາກສາເອົາໃຈໃສ່ປະຕິບັດ 6 ຄາດໝາຍສູ້ຊົນໃນການແກ້ໄຂຄະດີ ວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງ

ວັນທີ 9 ສິງຫາ 2023, ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2023, ໂດຍການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ.
ທ່ານ ທິບພະສອນ ລາດວົງໄຊ ຫົວໜ້າຫ້ອງການສານປະຊາຊົນສູງສຸດ ລາຍງານວ່າ: ໄລຍະຜ່ານມາ ຄະນະນໍາສານປະຊາຊົນແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຜູ້ພິພາກສາ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບດ້ວຍຫລາຍຮູບການເຮັດເປັນປົກກະຕິ ແລະ ຕໍ່ເນື່ອງ ເຮັດໃຫ້ຜູ້ພິພາກສາ, ພະນັກງານ-ລັດຖະກອນ ມີຄຸນທາດການເມືອງທີ່ໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ປະຕິບັດລະບຽບລັດຖະກອນຢ່າງເຂັ້ມງວດ, ຕ້ານ-ສະກັດກັ້ນທຸກກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພອຸດົມການສັງຄົມນິຍົມ ແລະ ໄດ້ເອົາໃຈໃສ່ກໍານົດແບບແຜນ ແລະ ກົນໄກການດໍາເນີນຄະດີ, ການແກ້ໄຂຄະດີ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງ.
ຜ່ານການປະຕິບັດຕົວຈິງສາມາດຕີລາຄາໄດ້ຄື: ຄະດີຄ້າງມາໃນລະບົບສານປະຊາຊົນ ແລະ ສານທະຫານ ແຕ່ປີ 2022 ຈໍານວນ 3.382 ເລື່ອງ ແລະ ເຂົ້າໃໝ່ແຕ່ເດືອນມັງກອນ – ມິຖຸນາ 2023 ຈໍານວນ 3.726 ເລື່ອງ, ລວມຄະດີ (ຄ້າງມາ ແລະ ເຂົ້າໃໝ່) ທັງໝົດ ຈໍານວນ 7.382 ເລື່ອງ. ໄດ້ພິຈາລະນາແກ້ໄຂແລ້ວ 3.721 ເລື່ອງ ເທົ່າກັບ 52,35%, ກໍາລັງເກັບກໍາຂໍ້ມູນ (ຍັງຄ້າງ) 3.387 ເລື່ອງ ເທົ່າກັບ 45,88%.
ໂອກາດນີ້, ທ່ານ ປະທານສານປະຊາຊົນສູງສຸດ ມີຄຳເຫັນສະແດງຄວາມຍ້ອງຍໍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໃຫ້ສືບຕໍ່ຍົກສູງຄຸນນະພາບຂອງການບໍລິຫານສານ-ບໍລິຫານຄະດີຢູ່ສານປະຊາຊົນໃນເງື່ອນໄຂໃໝ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຕາມລັດຖະທຳມະນູນ ມາດຕາ 90, ກຳນົດພາລະບົດບາດຂອງສານປະຊາຊົນສູງສຸດ ສານປະຊາຊົນພາກສານປະຊາຊົນແຂວງ ໃນການເຮັດບົດບາດກວດກາ ກັ່ນຕອງການດຳເນີນຄະດີຢູ່ສານຂັ້ນຕົ້ນໃຫ້ໄດ້ຕາມຄາດໝາຍ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ກົນໄກເຮັດວຽກ ສາມາດຮອງຮັບໃຫ້ແກ່ການປະຕິບັດໜ້າທີ່ຂອງສານປະຊາຊົນແຕ່ລະຂັ້ນ, ຄະນະພັກ-ຄະນະນຳສືບຕໍ່ບຳລຸງ ກໍ່ສ້າງຜູ້ພິພາກສາ ພະນັກງານ-ລັດຖະກອນຢູ່ສານແຕ່ລະຂັ້ນ ປະຕິບັດໜ້າທີ່ຂອງຕົນ ໂດຍຮັກສາໄດ້ຈັນຍາບັນ-ຈັນຍາທຳ ເພື່ອເປັນທີ່ຍອມຮັບຂອງປະຊາຊົນ ແລະ ເອົາໃຈໃສ່ປະຕິບັດ 6 ຄາດໝາຍສູ້ຊົນ ໂດຍປັບປຸງກົນໄກ ແລະ ແບບແຜນການດຳເນີນຄະດີມີຄວາມຮັດກຸມ ແລະ ເປັນທີ່ເຊື່ອຖືຂອງສັງຄົມ ແລະ ຕິດຕາມ ກວດກາ ຢູ່ສານປະຊາຊົນແຕ່ລະຂັ້ນ ຕິດພັນກັບການປະເມີນຜູ້ພິພາກສາດີ-ເກັ່ງ ໄປພ້ອມກັນ.
