ທ່ານ ປະທານປະເທດ ເນັ້ນໜັກໃຫ້ຄະນະພົວພັນຕ່າງປະເທດສູນກາງພັກສືບຕໍ່ປົກປັກຮັກສາ ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ໃຫ້ແຂງແຮງກວ່າເກົ່າ

ວັນທີ 9 ສິງຫາ 2023, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ (29/6/1983-29/6/2023) ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ.

ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກລາຍງານວ່າ: ມາເຖິງປັດຈຸບັນ ພັກເຮົາໄດ້ມີການພົວພັນກັບ 140 ພັກການເມືອງ ໃນ 83 ປະເທດທົ່ວໂລກ ພົວພັນ ແລະ ເຂົ້າເປັນສະມາຊິກໃນຂອບການຮ່ວມມືຫຼາຍຝ່າຍກັບ 3 ອົງການຈັດຕັ້ງສາກົນ (ກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP), ກອງປະຊຸມສາກົນ ຂອງ ບັນດາພັກກອມມູນິດ ແລະ ກຳມະກອນສາກົນ (IMCWP), ກອງປະຊຸມເວທີປຶກສາຫາລືຊາວປາວໂລ), ອັນພົ້ນເດັ່ນ ແມ່ນໄດ້ຖືກຮັບເຂົ້າເປັນສະມາຊິກໜ່ວຍງານວິຊາການ ຂອງ IMCWP, ສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດທັງ ໝົດມີ 19 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກັບຕ່າງປະເທດ. ສໍາລັບການພົວພັນໃນສາຍລັດ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການ ທູດກັບ 148 ປະເທດ, ມີສຳນັກງານຜູ້ຕາງໜ້າຂອງຕົນປະຈຳຢູ່ຕ່າງປະເທດ 42 ແຫ່ງ (ສະຖານເອກອັກຄະລັດຖະທູດ 28 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ).

ການສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ ຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດມີຄໍາເຫັນເນັ້ນໜັກໃຫ້ຄະນະພົວ ພັນຕ່າງປະເທດສູນກາງພັກ ສືບ ຕໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກຳແໜ້ນແນວທາງຂອງພັກ-ລັດ, ລະບຽບກົດໝາຍຂອງປະເທດຊາດ, ປັບປຸງກົງຈັກການຈັດ ຕັ້ງຕາມທິດກະທັດຮັດ, ມີປະສິດທິຜົນ, ກຳນົດພາລະບົດບາດ, ສິດໜ້າທີ່, ຕຳແໜ່ງງານໃຫ້ຈະແຈ້ງ ແລະ ບັນຈຸສັບຊ້ອນພະນັກງານໃຫ້ແທດເໝາະກັບໜ້າທີ່ວຽກງານ, ສ້າງພະນັກງານ ຄຕພ ໃຫ້ເປັນມືອາຊີບ, ເປັນຜູ້ຊ່ຽວຊານຊຳນານງານແຕ່ລະດ້ານ; ກໍານົດກົນໄກ, ລະບອບລະບຽບການເຄື່ອນໄຫວວຽກງານໃຫ້ມີຄວາມໂລ່ງລ່ຽນ, ທັນ ສະໄໝ, ວ່ອງໄວ. ໃນນີ້, ຕ້ອງສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິຕ່າງໆຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເພີ່ມທະວີການນໍາພາຂອງຕົນຕໍ່ທຸກຂົງເຂດວຽກງານໃຫ້ແທດເຖິງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເປັນລະບຽບ, ເປັນຂໍ້ແຂ່ງຂັນ ເພື່ອໃຫ້ແຕ່ລະກົມ ແລະ ສະມາຊິກພັກ, ພະ ນັກງານ – ລັດຖະກອນ ສູ້ຊົນປະຕິບັດ, ເພີ່ມຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳບັນດາອົງການຈັດຕັ້ງມະຫາຊົນຢູ່ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກໃຫ້ມີການເຄື່ອນໄຫວທີ່ແຂງແຮງກວ່າເກົ່າ.