ລັດຖະມົນຕີກະຊວງກະສິກໍາ ແລະ​ ປ່າໄມ້ ລົງຊຸກຍູ້ສົ່ງເສີມສູນຄົ້ນຄວ້າ ກະສິກໍາເມືອງ​ປາກຊ່ອງ ໃຫ້ນັບມື້ພັດທະນາຂຶ້ນ

ວັນທີ 4 ສິງຫາ​ 2023,​ ທ່ານ ​ເພັດ​ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ​ ປ່າໄມ້​ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນຄົ້ນຄວ້າ ກະສິກໍາພາກໃຕ້​ ຫລັກ​ 35​ ເມືອງ​ປາກຊ່ອງ​ ແຂວງ​ຈໍາປາສັກ.​

ທ່ານ​ ລັດຖະມົນຕີກະຊວງກະສິກໍາ ແລະ​ ປ່າໄມ້​ ມີຄໍາເຫັນໂອ້ລົມໂດຍຍົກໃຫ້ຄະນະນໍາສູນ ເອົາໃຈໃສ່​ນໍາ​ພາ​-​ຊີ້ນໍາ,​ ປັບປຸງຍົກລະດັບປັບປຸງກໍ່ສ້າງພະນັກງານ,​ ສ້າງນັກຄົ້ນຄວ້າດ້ານວິຊາການ.​ ສ່ວນດ້ານວິຊາສະເພາະ ໃຫ້ສືບຕໍ່ຄົ້ນຄວ້າທົດລອງ​ສ້າງ​ ແລະ​ ຜະລິດແນວພັນຂອງສູນ​ຕົ້ນຕໍແມ່ນ ຊາ,​ ກາເຟ​ ແລະ​ ໄມ້ໃຫ້ໝາກ ໃຫ້ເປັນຂອງຕົນເອງ ແລ້ວສະເໜີຂຶ້ນທະບຽນ, ການເຄື່ອນໄຫວແຕ່ລະວຽກງານ ໃຫ້ຂຶ້ນແຜນຢ່າງລະອຽດຈະແຈ້ງ​ ແລ້ວສະເໜີຫາແຂວງ,​ ກະຊວງ​ ເພື່ອຂໍງົບປະມານສະໜັບສະໜູນ,​ ຂຶ້ນແຜນຊອກແຫລ່ງທຶນສະໜັບສະໜູນຈາກອົງການຈັດຕັ້ງຕ່າງໆຂອງສາກົນ ເພື່ອຂະຫຍາຍ ແລະ​ ປັບປຸງແນວພັນຂອງສູນ​ໃຫ້ກວ້າງຂວາງ​ ທັງສອດຄ່ອງກັບສະພາບແວດລ້ອມຂອງແຕ່ລະທ້ອງຖິ່ນ, ສືບຕໍ່ຂຽນ​-​ປັບປຸງບັນດາເອກະສານ,​ ປຶ້ມຄູ່ມືທີ່ມີແລ້ວ​ ໃຫ້ສອດຄ່ອງກັບສະພາບແວດລ້ອມ ແລະ​ ມີຄວາມຮັບປະກັນ​ ທາງດ້ານຄຸນນະພາບຂອງຜົນຜະລິດ​ ຕິດພັນກັບການສ້າງລາຍຮັບເຂົ້າສູນ,​ ສ້າງຜົນປະໂຫຍດ ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ​ ມີລາຍຮັບທັງບຸກຄົນ ແລະ​ ການຈັດຕັ້ງ, ປັບປຸງກົນໄກແບແຜນວິທີເຮັດວຽກ ໃຫ້ຖືກຕ້ອງ​ ແລະ​ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ​ ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ​ຂອງ​ລັດ​ ກໍຄື​ຂອງແຂວງ​ ແລະ​ ທ້ອງຖິ່ນ​ ເພື່ອເຮັດໃຫ້ວຽກງານຂອງສູນມີການພັດທະນານັບມື້ດີຂຶ້ນເລື້ອຍໆ.