ກະຊວງສຶກສາທິການ ແລະ ກິລາປັບປຸງກົງຈັກການຈັດຕັ້ງໃໝ່

ເມື່ອບໍ່ດົນມານີ້, ກະຊວງສຶກ ສາທິການ ແລະ ກິລາ ໄດ້ຈັດພິທີ ມອບ-ຮັບໜ້າ ທີ່ຜູ້ບໍລິຫານລະ ດັບ ສູງພາຍໃນກະຊວງຂອງຕົນ, ເຊິ່ງປະກອບມີ: ຫົວໜ້າຫ້ອງການ ກະຊວງ, ຫົວໜ້າກົມຈັດຕັ້ງ-ພະ ນັກງານ, ກົມພົວພັນຕ່າງປະເທດ, ກົມກວດກາ, ກົມການເງິນ ແລະ ຜູ້ອໍານວຍການສະຖາບັນຕ່າງໆຄື: ໄດ້ແຕ່ງຕັ້ງ ທ່ານນາງ ຂັນທະ ລີ ສີຣິພົງພັນ ຂຶ້ນເປັນ ຫົວໜ້າ ຫ້ອງການກະຊວງ; ແຕ່ງຕັ້ງ ທ່ານນາງ ວຽງແກ້ວ ພົມມະວົງ ເປັນຜູ້ວ່າການຫົວໜ້າກົມຈັດ ຕັ້ງ-ພະນັກງານ; ແຕ່ງຕັ້ງ ທ່ານ ສີສະໝອນ ສິດທິຣາດ ວົງສາ ເປັນຫົວໜ້າກົມພົວພັນຕ່າງ ປະເທດ; ແຕ່ງຕັ້ງ ທ່ານ ສີຊະນະ ບຸບຜາ ເປັນຫົວໜ້າ ກົມກວດ ກາ; ແຕ່ງຕັ້ງ ທ່ານ ນາງ ດາລາ ພະກອນຄໍາເປັນຜູ້ວ່າ ການຫົວ ໜ້າກົມການເງິນ ແລະ ແຕ່ງຕັ້ງ ທ່ານ ຈັນສະໝຸດ ແກ້ວສຸດທາ ເປັນຜູ້ອໍານວຍການສະຖາບັນ ການພັດທະນາການບໍລິຫານ ການສຶກສາ.
+ ສົກປີນີ້ກະຊວງສຶກສາຈະເອົາຈິງຕໍ່ຜູ້ລັກລອບສົ່ງຂໍ້ສອບອອກສູ່ພາຍນອກກ່ອນມື້ສອບເສັງ
+ ສົກປີນີ້ ມີນັກສຶກສາເສັງເຂົ້າ ມຊ ໄດ້ 4838 ຄົນ.
ໂອກາດນີ້, ທ່ານຮອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ນຳດັ່ງກ່າວ ທີ່ໄດ້ຮັບການແຕ່ງ ຕັ້ງ, ຍົກຍ້າຍໃຫ້ເຮັດໜ້າທີ່ໃໝ່, ພ້ອມທັງເນັ້ນໃຫ້ ເປັນແບບຢ່າງ ນຳໜ້າພາທາງໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງ ຕົນດ້ວຍຄວາມຫ້າວຫັນ, ມີຫົວ ຄິດປະດິດສ້າງ, ກ້າຕັດສິນໃຈ ແລະ ກ້າຮັບຜິດຊອບເພື່ອແນ ໃສ່ເຮັດໃຫ້ວຽກງານການສຶກ ສາ ແລະ ກິລາລາວເຮົາໄດ້ຮັບ ການພັດທະນາດີຂຶ້ນ.

