6 ເດືອນຕົ້ນປີ 2023 ອົງການໄອຍະການປະຊາຊົນ ນະຄອນຫລວງ ເກັບກຳສະຖິຕິຜູ້ຖືກຫາໄດ້ 4.997 ຄົນ ສ່ວນຫລາຍເປັນຄະດີຢາເສບຕິດ 3.331 ຄົນ

ວັນທີ 4 ສິງຫາ 2023, ທ່ານ ຈຳນຽນ ວົງສາຍຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະກາງສະໄໝຂອງແຜນ ການ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ, ການຈັດຕັ້ງປະຕິບັດວຽກງານກວດກາຕິດຕາມ ເກັບກຳສະຖິຕິ ຜູ້ຕ້ອງຫາກະທຳຜິດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ວ່າ: ໃນ 6 ເດືອນຕົ້ນປີ 2023, ອົງການໄອຍະການປະຊາຊົນນະຄອນຫລວງວຽງຈັນ ໄດ້ກວດກາຕິດຕາມ ເກັບກຳສະຖິຕິ ຜູ້ຕ້ອງຫາກະທຳຜິດ ທັງໝົດ 4.990 ກວ່າຄົນ, ສ່ວນຫຼາຍແມ່ນຄະດີ ຢາເສບຕິດຫຼາຍກວ່າ 3.300 ກວ່າຄົນ, ຍິງ 1.000 ກ່ວາຄົນ, ຕ່າງ ປະເທດ 10 ຄົນ, ຍິງ 1 ຄົນ; ຂໍ້ຫາທົ່ວໄປ 1.660 ກວ່າຄົນ, ຍິງ 833 ຄົນ, ຕ່າງປະເທດ 65 ຄົນ, ຍິງ 3 ຄົນ, ໃນນີ້ມີຜູ້ຖືກຫາຄ້າງມາແຕ່ປີ 2022 ທັງໝົດ 1.400 ກວ່າຄົນ, ຍິງ 205 ຄົນ, ຕ່າງປະເທດ 44 ຄົນ, ຍິງ 1 ຄົນ,ມີຜູ້ຕ້ອງຫາຖືກກັກຂັງເກີນກໍານົດ 12 ປີ ຈໍານວນ 230 ກວ່າຄົນ, ຍິງ 21 ຄົນ,
ມີນັກໂທດທັງໝົດ 1.140 ກວ່າຄົນ, ຍິງ 210 ຄົນ, ນັກໂທດເຂົ້າໃໝ່ໃນປີ 2023 ຫຼາຍກວ່າ460 ຄົນ, ຍິງ 98 ຄົນ. ເຊິ່ງສາມາດສະຫລຸບຕີລາຄາໄດ້ວ່າວຽກງານກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແມ່ນມີຄວາມຖືກຕ້ອງ ແລະ ປະສິດທິພາບສູງຂື້ນເທື່ຶອລະກ້າວ.

