ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ

ທ່ານ ແອນຣິເກ ເອ. ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຟີລິບປິນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ໃນວັນທີ 3 ສິງຫາ 2023 ທ່ານ ແອນຣິເກ ເອ. ມານາໂລ ໄດ້ພົບປະກັບ ທ່ານ ສະເຫລີມໄຊ ກົມມະສິດ ແລະ ໄດ້ເປັນປະທານຮ່ວມ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JCBC) ລາວ-ຟີລິບປິນ ຄັ້ງທີ 2 ເຊິ່ງສອງຝ່າຍໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 6 ປີຜ່ານມາ ພາຍຫລັງກອງປະຊຸມ JCBC ລາວ-ຟີລິບປິນ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ປະເທດຟີລິບປິນ ໃນປີ 2017, ພ້ອມທັງໄດ້ຮ່ວມກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນ ດ້ານການເມືອງ, ດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ດ້ານເສດຖະກິດ, ການຄ້າ-ການລົງທຶນ, ດ້ານພະລັງງານ, ເຕັກໂນໂລຊີ, ການສື່ສານ, ໂຍທາທິການ, ຂົນສົ່ງ, ດ້ານວັດທະນະທໍາ-ສັງຄົມ, ການພັດທະນາ, ການສຶກສາ, ກິລາ, ການທ່ອງທ່ຽວ, ແຮງງານ, ກະສິກໍາ ແລະ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ.

ສໍາລັບ ແຜນການຮ່ວມມືໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງສອງປະເທດ, ສືບຕໍ່ສົ່ງເສີມການຄ້າ-ການລົງທຶນສອງຝ່າຍ ໂດຍການຊຸກຍູ້ນັກທຸລະກິດ ແລະ ນັກລົງທຶນຂອງສອງປະເທດ ເຂົ້າມາດໍາເນີນທຸລະກິດ ແລະ ລົງທຶນ ໃນຂົງເຂດທີ່ສອງຝ່າຍມີທ່າແຮງ ໃຫ້ຫລາຍຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ (MOU) ທີ່ສອງປະເທດໄດ້ລົງນາມຮ່ວມກັນ, ທັງຊຸກຍູ້ການລົງນາມ MOU ໃນຕໍ່ໜ້າ ໃນຂະແໜງການສຶກສາ, ການລົງທຶນ, ການປ້ອງກັນຊາດ, ດ້ານກະສິກໍາ ແລະ ອື່ນໆ, ພ້ອມທັງຈະສືບຕໍ່ຮັກສາການຮ່ວມມືທີ່ດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ແລະ ຄະນະ ນັບຕັ້ງແຕ່ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ. ພ້ອມທັງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ຟີລິບປິນ ໃນຫລາຍຂົງເຂດ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ, ການພັດທະນາແມ່ຍິງ, ການຝຶກອົບຮົມພາສາອັງກິດ, ການສ້າງສູນບໍາບັດ ແລະ ຟື້ນຟູແຫ່ງຊາດລາວ, ໂຮງຮຽນ, ສະໜາມກິລາໃນຮົ່ມ ແລະ ອື່ນໆ. ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າຂອງການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.