ປກສ ນະຄອນຫລວງ ຍັງພົບບັນຫາຫຍຸ້ງຍາກໃນການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນໃໝ່

ວັນທີ 1 ສິງຫາ 2023, ທ່ານ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງກ່ຽວກັບການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2, ເຊິ່ງໄລຍະຜ່ານມາເຈົ້າໜ້າທີ່ໄດ້ລົງກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນປົກກະຕິຕໍ່ເນື່ອງ, ໃນ 6 ເດືອນຕົ້ນປີ 2023 ສາມາດມ້າງຄະດີໄດ້ທັງໝົດ 26 ເລື່ອງ, ກັກຕົວຜູ້ກະທຳຜິດ 51 ຄົນ, ໃນນີ້ມີຄະດີ ຄ້າຂາຍນໍ້າກະທ່ອມ 16 ເລື່ອງ, ກັກຕົວຜູ້ກະທຳຜິດ 37 ຄົນ, ຍິງ 11 ຄົນ, ແກ້ໄຂປະກົດການຄ້າຂາຍ ຄໍລະເຈນ 1 ເລື່ອງ, ກັກຕົວ 1 ຄົນ, ຄ້າຂາຍສານໄນຕຣັດ ອອກໄຊ 4 ເລື່ອງ, ກັກຕົວ 5 ຄົນ, ຍິງ 1 ຄົນ, ຄ້າຂາຍຢາສູບໄຟຟ້າ 3 ເລື່ອງ, ກັກຕົວ 5 ຄົນ, ຍິງ 1 ຄົນ ແລະ ແກ້ໄຂການຄ້າຂາຍ ຢາເອັມ (M) 2 ເລື່ອງ, ກັກຕົວ 3 ຄົນ.

ຈໍານວນຄະດີດັ່ງກ່າວ ເຈົ້າໜ້າທີ່ໄດ້ດໍາເນີນສໍາເລັດ ສະຫລຸບສົ່ງໃຫ້ອົງການໄອຍະການ ທັງໝົດ 23 ເລື່ອງ, ຍັງສືບຕໍ່ມາເນີນ 3 ເລື່ອງ, ( ຄະດີຄ້າຂາຍສານໄນຕຣັດ ອອກໄຊ 1 ເລື່ອງ ແລະ ຄະດີຄ້າຂາຍຢາເອັມ 2 ເລື່ອງ ທັງໝົດຍັງລໍຖ້າຜົນການກວດພິສູດ-ວິໄຈຂອງກາງ ຈາກໜ່ວຍງານທີ່ກ່ຽວຂ້ອງ).

ຜ່ານການເຮັດວຽກງານດັ່ງກ່າວເຫັນວ່າຍັງມີຂໍ້ຫຍຸ້ງຍາກຫລາຍດ້ານເປັນຕົ້ນ:

– ກຸ່ມເປົ້າໝາຍມີວິທີການ, ເລ້ລ່ຽມ, ນໍາໃຊ້ພາຫະນະ, ອາວຸດ, ເຄື່ອງມືທີ່ທັນສະໄໝເຂົ້າໃນການກະທໍາຜິດ, ເຮັດແບບມີການຈັດຕັ້ງ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ, ຍາກທີ່ຈະກວດພົບເຫັນ ແລະ ມີຄວາມສ່ຽງສູງຕໍ່ພະນັກງານໃນເວລາເຂົ້າຈັບກຸມເປົ້າໝາຍ;

– ມີບາງພາກສ່ວນ, ບາງຂະແໜງການບໍໍ່ທັນໄດ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງ 841/ຈນວ ຢ່າງເຂັ້ມງວດເທື່ອ, ຜ່ານມາ ມີແຕ່ເຈົ້າໜ້າທີ່ຕໍາຫລວດເທົ່ານັ້ນທີ່ໄດ້ເຄື່ອນໄຫວຢ່າງແຂງແຮງ;

– ວຽກງານການກວດກາ, ຄວບຄຸມ ການນໍາເຂົ້າ, ການຈໍາໜ່າຍ, ຄ້າຂາຍຢາສູບໄຟຟ້າ, ສານໄນຕຣັດ ອອກໄຊ ຫລື ປຸມເປົ້າ ແລະ ອື່ນໆ ກໍຍັງປະກົດມີໃຫ້ເຫັນຢ່າງຕໍ່ເນື່ອງ, ນອກນັ້ນການກວດກາ, ຄວບຄຸມຢາປົວພະຍາດຈໍານວນຫນຶ່ງ ໂດຍສະເພາະຢາດີໄອ, ຢາດີຫວັດ…ຍັງບໍ່ທັນມີມາດ ຕະການຢ່າງເຂັ້ມງວດ ເປັນຊ່ອງວ່າງໃຫ້ມີການສວຍໂອກາດຊື້ເປັນຈໍານວນຫລາຍເພື່ອນຳໄປປຸງແຕ່ງນ້ຳກະທ່ອມ, ບັນຫາດັ່ງກ່າວ ກ່ຽວພັນກັບບັນດາພະແນກການ, ອົງການ ເປັນຕົ້ນ ແມ່ນຂະແຫນງການຄ້າ, ສາທາລະນະສຸກ, ພາສີ, ອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.- ງົບປະມານ, ພາຫະນະ, ເຄື່ອງມືອຸປະກອນຮັບໃຊ້ວິຊາສະເພາະຍັງມີຈໍາກັດ, ການແກ້ໄຂຄະດີມີຄວາມຈໍາເປັນຕ້ອງໄດ້ໃຊ້ງົບປະມານເພື່ອຊຸກຍູ້ໃຫ້ຕາໜ່າງປິດລັບ ເພາະວ່າຢາເສບຕິດປະເພດໃໝ່ສ່ວນຫລາຍພວກເປົ້າໝາຍຈະສົ່ງຂາຍ, ຈໍາໜ່າຍຢູ່ບັນດາຮ້ານບັນເທີງຕ່າງໆ, ຖ້າຂາດງົບປະມານໃນການຊຸກຍູ້ໃຫ້ຕາຫນ່າງປິດລັບ ກໍຍາກທີ່ຈະໄດ້ຮັບຂໍ້ມູນແຫຼ່ງ ຂ່າວ ເພື່ອຈະແກ້ໄຂກຸ່ມເປົ້າໝາຍ.

– ກ່ຽວກັບຢາເສບຕິດຊະນິດໃໝ່ ໄນຕຣັດ, ໃບກະທ່ອມ, ນ້ຳກະທ່ອມ, ສານອອກໄຊ, ຢາສູບໄຟຟ້າ, ຊີຊ່າ (ບາລະກູ), ຢາເອັມ ແມ່ນຍັງບໍ່ທັນໄດ້ກໍານົດລະອຽດຢູ່ໃນປະມວນກົດໝາຍອາຍາ, ສ່ວນການແກ້ໄຂໃນປັດຈຸບັນແມ່ນອີງໃສ່ການຕົກລົງເຫັນດີເປັນເອກະພາບໃນ ກອງປະຊຸມທີ່ອົງການໄອຍະການປະຊາຊົນສູງສຸດ ຈັດຂຶ້ນໃນຄັ້ງວັນທີ 11 ພຶດສະພາ 2023 ໂດຍມີອົງການດໍາເນີນຄະດີອາຍາ ຂັ້ນສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດເຂົ້າຮ່ວມ ແລະ ເຫັນດີເປັນເອກະພາບໃນການແກ້ໄຂດໍາເນີນຄະດີຢາເສບຕິດປະເພດໃໝ່ ໃຫ້ປະຕິບັດຕາມມາດຕາ 315 ແລະ 320 ຂອງປະມວນກົດໝາຍອາຍາ, ແລະ ໃນຕໍ່ໜ້າ ສະເໜີຂັ້ນເທິງ ສ້າງ, ປັບປຸງກົດໝາຍທີ່ກ່ຽວຂ້ອງໃຫ້ແທດເໝາະຕື່ມ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ມີຮັດກຸມ,

– ປັດຈຸບັນ ເຄື່ອງຈັກກວດພິສູດ-ວິໄຈຫາຢາເສບຕີດ ມີແຕ່ຢູ່ກົມຕໍາຫລວດນິຕິວິທະຍາກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ແລະ ສູນວິໄຈອາຫານ ແລະ ຢາ ກະຊວງສາທາລະນະສຸກ, ສ່ວນເຄື່ອງຈັກກວດພິສູດສານ ໄນຕຣັດອອກໄຊ ແມ່ນມີຢູ່ ກົມເຄມີກະຊວງປ້ອງກັນປະເທດ ເທົ່ານັ້ນ, ຍ້ອນເຄຶ່ອງກວດວິໄຈມີໜ້ອຍ ຈຶ່ງເປັນສາເຫດໜຶ່ງເຮັດໃຫ້ການແກ້ໄຂຄະດີຊັກຊ້າແກ່ຍາວ.