ຈີນ ຄອງອັນດັບ 1 ກິລາທາງນໍ້າ ຊິງແຊ້ມໂລກ 2023 ໄດ້ 20 ຫລຽນຄຳ

‍♀️ ການແຂ່ງຂັນກິລາທາງນໍ້າ ຊິງແຊ້ມໂລກ 2023 (World Aquatics Championships) ທີ່ຟູກູໂອກະ, ປະເທດຍີ່ປຸ່ນ ວັນທີ 14–30 ກໍລະກົດຜ່ານມາ, ຊິງ 75 ຫລຽນຄຳ ໃນ 6 ປະເພດຄື: ລອຍນໍ້າ, ເຕັ້ນລະບຳໄຕ້ນໍ້າ, ໂດດນໍ້າ, ໂດດສູງ, ໂປໂລນໍ້າ ແລະ ລອຍນໍ້າມາຣາທອນ ໂດຍມີນັກກິລາ 2,392 ຄົນ ຈາກ 195 ປະເທດເຂົ້າຮ່ວມ.
ຜົນປະກົດວ່າ: ນັກກິລາຈາກ ສປ ຈີນ ຍາດໄດ້ 20 ຫລຽນຄຳ 8 ຫລຽນເງິນ 12 ຫລຽນທອງ ລວມ 40 ຫລຽນ ຄວ້າອັນດັບ 1 ມາຄອງເປັນຄັ້ງທີ 4 ຕໍ່ຈາກປີ 2019 ໃນນີ້ ໄດ້ຈາກກິລາໂດດນໍ້າເຖິງ 12 ຫລຽນຄຳ, ລອຍນໍ້າ 5 ຫລຽນຄຳ ແລະ ເຕັ້ນລະບຳໄຕ້ນໍ້າ 3 ຫລຽນຄຳ.
ທີສອງແມ່ນ ອົດສະຕຣາລີ ໄດ້ 15 ຫລຽນຄຳ 9 ຫລຽນເງິນ 6 ຫລຽນທອງ, ທີ 3 ສະຫະລັດ ອາເມຣິກາ ເຈົ້າຄອງຫລຽນຄຳຄັ້ງຜ່ານມາ ໄດ້ມາ 7 ຫລຽນຄຳ 22 ຫລຽນເງິນ 15 ຫລຽນທອງ. ສ່ວນເຈົ້າພາບ ຍີ່ປຸ່ນ ຢູ່ອັນດັບທີ 4 ໄດ້ 4 ຫລຽນຄຳ 1 ຫລຽນເງິນ 5 ຫລຽນທອງ.
ສ່ວນນັກກິລາລອຍນໍ້າຈາກລາວ ເຂົ້າຮ່ວມ 3 ຄົນ: ທ້າວ ສັນຕິສຸກ ອິນທະວົງ ລົງແຂ່ງ 50 ແມັດຊາຍ ທ່າຟຣີສະຕາຍ ເວລາເຮັດໄດ້ 25.56 ວິນາທີ ຈົບອັນດັບທີ 92 ຈາກນັກກິລາເຂົ້າຮ່ວມ 123 ຄົນ ແລະ ລົງແຂ່ງ 100 ແມັດຊາຍ ທ່າຟຣີສະຕາຍ ເວລາເຮັດໄດ້ 58.25 ວິນາທີ ຈົບອັນດັບທີ 107 ຈາກນັກກິລາເຂົ້າຮ່ວມ 116 ຄົນ.
ທ້າວ ສະລາວາ ສີຫານຸວົງ ລົງແຂ່ງ 50 ແມັດຊາຍ ທ່າກົບ ເວລາເຮັດໄດ້ 32.93 ວິນາທີ ຈົບອັນດັບທີ 54 ຈາກນັກກິລາເຂົ້າຮ່ວມ 62 ຄົນ ແລະ ລົງແຂ່ງ 100 ແມັດຊາຍ ທ່າແມງກະເບື້ອ ເວລາເຮັດໄດ້ 29.13 ວິນາທີ ຈົບອັນດັບທີ 81 ຈາກນັກກິລາເຂົ້າຮ່ວມ 92 ຄົນ.
ສ່ວນ ນາງ ມາເກລີຕ້າ ສິງສົມບັດ ລົງແຂ່ງ 100 ແມັດຍິງ ທ່າຟຣີສະຕາຍ ເວລາເຮັດໄດ້ 1 ນາທີ 01.90 ວິນາທີ ຈົບອັນດັບທີ 58 ຈາກນັກກິລາເຂົ້າຮ່ວມ 80 ຄົນ ແລະ ລົງແຂ່ງ 50 ແມັດຍິງ ທ່າແມງກະເບື້ອ ເວລາເຮັດໄດ້ 36.83 ວິນາທີ ຈົບອັນດັບທີ 44 ຈາກນັກກິລາເຂົ້າຮ່ວມ 55 ຄົນ.
ຄັ້ງຕໍ່ໄປ ນະຄອນຫລວງໂດຮາ ປະເທດກາຕ້າ ຈະເປັນເຈົ້າພາບ ໃນລະຫວ່າງວັນທີ 2–18 ກຸມພາ 2024.