ກວດກາຄວາມຖືກຕ້ອງ ຮ່າງກົດໝາຍ ການບັນຊີ ກ່ອນສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດ

ຄະນະຮັບຜິດຊອບປັບປຸງ ຮ່າງກົດໝາຍວ່າດ້ວຍການບັນຊີ ຈາກກົມຄຸ້ມຄອງການບັນຊີກະຊວງການເງິນ ຮ່ວມກັບ ກົມກົດໝາຍ ກະຊວງຍຸຕິທໍາ ຈັດກອງປະຊຸມປຶກສາຫາລື ແລະ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງ ຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ໃນລະຫວ່າງ ວັນທີ 31 ກໍລະກົດ ຫາວັນທີ 3 ສິງຫາ 2023 ທີ່ເມືອງແກ້ວອຸດົມ ແຂວງວຽຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ-ຮອງກົມຄຸ້ມຄອງການບັນຊີ ກະຊວງການເງິນ,ກົມກົດໝາຍກະຊວງຍຸຕິທໍາ; ກົມນິຕິກໍາ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງ ຮ່າງກົດໝາຍວ່າດ້ວຍການບັນຊີສະບັບປັບປຸງ ເປັນຕົ້ນ ການໃສ່ຊື່, ໂຄງປະກອບ, ການຈັດວາງໝວດ, ມາດຕາຂອງຮ່າງ ກົດໝາຍສະບັບດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ, ເຮັດໃຫ້ເນື້ອໃນທາງດ້ານກົດໝາຍມີຄວາມຄົບຖ້ວນ, ຊັດເຈນ, ຊຶ່ງຜູ້ເຂົ້າຮ່ວມທັງໝົດ ໄດ້ເອົາໃຈໃສ່ແລກປ່ຽນຄໍາຄິດຄໍາເຫັນກັນຢ່າງກົງໄປກົງມາ ເພື່ອເປັນການກະກຽມຄວາມພ້ອມ ສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດໃນຂັ້ນຕໍ່ໄປ.
ຮ່າງກົດໝາຍ ວ່າດ້ວຍການບັນຊີ ກໍແມ່ນນິຕິກໍາໜຶ່ງໃນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນການຈັດ ຕັ້ງປະຕິບັດຄໍາສັ່ງເລກທີ 18 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ໂດຍສະເພາະແມ່ນການສ້າງ ແລະ ປັບປຸງກົນໄກການຊຸກຍູ້ ແລະ ສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ ຖືບັນຊີໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ຜ່ານການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການບັນຊີ ມາຮອດປັດຈຸບັນເຫັນວ່າ ກົດໝາຍສະບັບນີ້, ໄດ້ເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນໃນການຄຸ້ມຄອງການເງິນແຫ່ງລັດ ໂດຍສະເພາະການຄຸ້ມຄອງ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດວຽກງານບັນຊີ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອເປັນພື້ນຖານໃນການຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໄສ, ທັນເວລາ ແລະ ສາມາດກວດສອບໄດ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ.

