ການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນໃໝ່ 6 ເດືອນຕົ້ນປີ 2023 ຢູ່ໃນນະຄອນຫລວງວຽງຈັນ

ທ່ານ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ລາຍງານຊີ້ແຈງກ່ຽວກັບການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນໃໝ່ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2, ວັນທີ 1 ສິງຫາ 2023 ວ່າ: ຄືດັ່ງທີ່ພວກເຮົາຫລາຍຄົນໄດ້ຮັບຮູ້, ໄດ້ຍິນຂ່າວກ່ຽວຂ້ອງກັບບັນຫາຢາເສບຕິດເກີດຂຶ້ນໃໝ່ ເຊັ່ນ: ນ້ຳກະທ່ອມ, ປຸມເປົ້າອັດແກັດ ສານໄນຕຣັດ ອອກໄຊ (Nitrous oxide), ຢາສູບໄຟຟ້າ… ພວກກຸ່ມຄົນບໍ່ດີຍັງຈະສືບຕໍ່ໃຊ້ເລ້ລ່ຽມຕ່າງໆນາໆ ເພື່ອອໍາພາງການຫຸ້ມຫໍ່ ເອົາຢາເສບຕິດເຈືອປົນ ໃສ່ກັບອາຫານເສີມຕ່າງໆ ເປັນຕົ້ນແມ່ນເອົາປົນໃສ່ກາເຟ, ຄໍລາເຈນ ແລະ ອື່ນໆ ເພື່ອສ້າງຄວາມ ສົນໃຈ ຫລື ເຮັດໃຫ້ສັງຄົມຫລົງໄຫລກັບຄ່ານິຍົມອັນຜິດ, ຄົນບໍ່ດີໄດ້ໂຄສະນາຊວນເຊື່ອອ້າງວ່າສິ່ງ ເຫລົ່ານັ້ນດີຕໍ່ສຸຂະພາບຈັ່ງຊັ້ນຈັ່ງຊີ້ ແລະ ຫາທຸກວິທີທາງເພື່ອເຮັດແນວໃດໃຫ້ພວກມັນໄດ້ຂາຍຢາ ເສບຕິດ, ພວກເປົ້າໝາຍໄດ້ຜະລິດ, ປຸງແຕ່ງສານເສບຕິດຊະນິດໃໝ່ ເພື່ອຂາຍ, ການນໍາໃຊ້ມີຫລາຍ ວິທີເຊັ່ນ: ກິນ, ອົມ, ສຸດດົມ ແລະ ດື່ມ, ສິ່ງທີ່ຫນ້າເປັນຫວ່ງທີ່ສຸດແມ່ນມີເປົ້າຫມາຍພົວພັນກັບສິ່ງ ເສບຕິດມີອາຍຸຕໍ່າກວ່າ 18 ປີ, ຢາເສບຕິດຊະນິດໃໝ່ທີ່ພົ້ນເດັ່ນໃນປັດຈຸບັນມີ: ນໍ້າກະທ່ອມ, ກາເຟ ປາຕີ້ (ເປັນຜົງ), ຄໍລາເຈນປາຕີ້ (ເປັນນ້ຳ), ແຮັບປີວັອດເຕີ (ເປັນນໍ້າໃສ), ຢາເອັມ (ເປັນຜົງມີຫລາຍສີ), ໄນຕຣັດອອກໄຊ (ປຸມເປົ້າ), ຢາສູບໄຟຟ້າ…
ໄລຍະຜ່ານມາເຈົ້າຫນ້າທີ່ໄດ້ລົງກວດກາ ແລະ ແກ້ໄຂຢ່າງເປັນປົກກະຕິຕໍ່ເນື່ອງ ໂດຍສະເພາະໄລຍະ 6 ເດືອນຕົ້ນປີ 2023 ໄດ້ມ້າງຄະດີຄ້າຂາຍນໍ້າກະທ່ອມ 16 ເລື່ອງ, ກັກຕົວ 37 ຄົນ, ຍິງ 11 ຄົນ, ແກ້ຄ້າຂາຍຄໍລະເຈນ 1 ເລື່ອງ, ກັກຕົວ 1 ຄົນ, ແກ້ຄ້າຂາຍສານໄນຕຣັດ ອອກໄຊ 4 ເລື່ອງ, ກັກຕົວ 5 ຄົນ, ຍິງ 1 ຄົນ, ແກ້ຄ້າຂາຍຢາສູບໄຟຟ້າ 3 ເລື່ອງ, ກັກຕົວ 5 ຄົນ, ຍິງ 1 ຄົນ ແລະ ແກ້ຄ້າຂາຍຢາເອັມ (M) 2 ເລື່ອງ, ກັກຕົວ 3 ຄົນ.
ຈໍານວນຄະດີທີ່ໄດ້ກ່າວມາຂ້າງເທິງນັ້ນ, ເຈົ້າໜ້າທີ່ຕໍາຫລວດໄດ້ດໍາເນີນສໍາເລັດ ສະຫລຸບສົ່ງໃຫ້ອົງການໄອຍະການ ທັງໝົດ 23 ເລື່ອງ, ຍັງສືບຕໍ່ມາເນີນ 3 ເລື່ອງ, (ໃນນັ້ນມີ ຄະດີຄ້າຂາຍສານໄນຕຣັດ ອອກໄຊ 1 ເລື່ອງ, ຍັງລໍຖ້າຜົນກວດພິສູດ-ວິໄຈຂອງກາງ ແລະ ຄະດີຄ້າຂາຍຢາເອັມ 2 ເລື່ອງ ຍັງລໍຖ້າຜົນການກວດພິສູດ-ວິໄຈຂອງກາງ ຈາກກົມຕໍາຫລວດນິຕິ ວິທະຍາກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ).
