Here we go! ແມນຢູ ສຳເລັດການ ຄວ້າຕົວ ຮອຍລຸຍ ຈາກ ອະຕາລັນຕ້າ

ຟາບິສຊິໂອ ໂຣມາໂນ ລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ໄດ້ບັນລຸຂໍ້ຕົກລົງກັບ ອະຕາລັນຕ້າ ໃນການຊື້ຕົວ ຣາສມຸສ ຮອຍລຸຍ ມາຮ່ວມທີມຮຽບຮ້ອຍແລ້ວ ລໍຖ້າເປີດຕົວຢ່າງເປັນທາງການ.

ຮຽກໄດ້ວ່າຂ່າວນີ້ອາດຈະເຮັດໃຫ້ແຟນບານຂອງ ຜີສາດແດງ ທີ່ຕ້ອງການໃຫ້ທີມຄວ້າກອງໜ້າທຳມະຊາດຊື້ນໃຈຂຶ້ນມາທັນທີ. ຫລັງຈາກທີ່ພວກເຂົາຕົກລົງທີ່ຈະຄວ້າຕົວດາວຍິງຈາກ ຊີເຣຍ ອາ ມາຮ່ວມທີມ. ເຊິ່ງອາທິດທີ່ຜ່ານມາ ຜີແດງ ສາມາດຕົກລົງໃນເງື່ອນໄຂສ່ວນຕົວກັບນັກເຕະໄດ້ຮຽບຮ້ອຍເຊັ່ນກັນ.

ສໍາລັບຂໍ້ຕົກລົງນີ້, ຄ່າເສຍຫາຍທີ່ ແມນເຊັສເຕີ ຢູໄນເຕັດ ຕ້ອງຈ່າຍ, ໂຣມາໂນ ແຈ້ງປະມານ 70 ລ້ານເອີໂຣບວກກັບໂບນັດ. ເຊິ່ງທັງ​ສອງ​ຝ່າຍ​ກຳ​ລັງ​ຈັດການເລື່ອງ​ເອ​ກະ​ສານ ແລະ​ ຕ້ອງ​ການ​ໃຫ້​ສຳ​ເລັດ​ກ່ອນ​ການ​ເລີ່ມ​ຕົ້ນ​ອາ​ທິດ​ໜ້າ.

ຢ່າງໃດກໍຕາມ, ດາວຍິງອາຍຸ 20 ປີ ເລືອກທີ່ຈະປະຕິເສດຂໍ້ສະເຫນີກ້ອນໃຫຍ່ຈາກ ເປແອສເຊ ແລະ ຕັດສິນໃຈເຊັນສັນຍາ 5 ປີ ໃນຖິ່ນ ໂອແທຣັບຟອດ.