
ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2023 ໄດ້ໝູນວຽນມາບັນຈົບ ຄົບຮອບອີກວາລະໜຶ່ງ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຕາງໜ້າໃຫ້ການນຳພັກ, ລັດຖະບານ ແລະ ໃນນາມສ່ວນຕົວ; ຂ້າພະເຈົ້າ, ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ.
ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາການຄ້າມະນຸດ ເປັນອາຊະຍາກຳທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄືສົນທິສັນຍາສາກົນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກສີ, ຈິດໃຈ ຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍເປັນປະເທດໜຶ່ງ ທີ່ມີບັນຫາການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກ ຂອງພົນລະເມືອງ ແລະ ການຂະຫຍາຍຕົວຢ່າງວ່ອງໄວທາງດ້ານການສ້າງສາພັດທະນາຂອງປະເທດຊາດ.
ຜ່ານມາພວກຄ້າມະນຸດ ມີການເຄື່ອນໄຫວ ຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວຍົວະ, ຫຼອກລວງ ເພື່ອໃຫ້ຜູ້ຖືກເຄາະຮ້າຍກະທໍາຜິດຖານຖືພາບໍ່ຖືກຕ້ອງ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ ແລະ ອື່ນໆ.
ການກະທໍາດັ່ງກ່າວ ເປັນການກະທໍາຜິດຕໍ່ກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ; ບັນຫາທີ່ໜ້າເປັນຫ່ວງທີ່ສຸດ ແມ່ນພົນລະເມືອງລາວຈໍານວນບໍ່ ໜ້ອຍ ຖືກນາຍໜ້າ ຕົວະຍົວະຫຼອກລວງໄປອອກແຮງງານ ແລ້ວຖືກຂູດຮີດແຮງງານ ຢູ່ບາງປະເທດໃກ້ຄຽງ ຊຶ່ງໄດ້ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ເປັນຈຳນວນຫຼາຍ.
ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ, ລັດຖະບານ ຈຶ່ງໄດ້ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ຢ່າງຈິງຈັງ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ໃນການສ້າງກົນໄກວຽກງານຕ້ານການຄ້າມະນຸດ ໃຫ້ເປັນລະບົບ, ມີຄວາມເຂັ້ມແຂງ ແຕ່ສູນກາງ ລົງຮອດທ້ອງຖິ່ນ; ສ້າງ, ປັບປຸງບັນດາປຶ້ມຄູ່ມື, ນິຕິກຳທີ່ກ່ຽວຂ້ອງເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນຮູບປະທໍາເທື່ອລະກ້າວ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ຜູ້ເຮັດວຽກຕົວຈິງ ເປັນຕົ້ນແມ່ນການຝຶກອົບຮົມວຽກງານຕ້ານການຄ້າມະນຸດ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງ, ສະໜອງງົບປະມານ, ເອົາໃຈ
ໃສໂຄສະນາປູກຈິດສຳນຶກໃຫ້ແກ່ສັງຄົມ ດ້ວຍການເຜີຍແຜ່, ໂຄສະນາ ຜ່ານທາງສື່ສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ອື່ນໆ, ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ; ເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ມາຈາກຕ່າງປະເທດ, ພ້ອມນັ້ນ ຍັງໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດ ກັບບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຕະຫຼອດມາ.
ໃນໂອກາດນີ້, ຕາງໜ້າລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍຍ້ອງຍໍຊົມເຊີີຍ ຕໍ່ຄະນະກຳມະການການຄ້າມະນຸດລະດັບຊາດ, ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານຕ້ານການຄ້າມະນຸດ ຢ່າງຈິງຈັງ,
ພ້ອມກັນນີ້ ຂໍສະແດງຄວາມຂອບໃຈ ມາຍັງບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ລັດຖະບານ ແລະ ປະຊາຊົນ ເຂົ້າໃນວຽກງານຕ້ານການຄ້າມະນຸດ ໄດ້ຮັບຜົນດີຕະຫຼອດມາ.
ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ; ດັ່ງນັ້ນ ອີກເທື່ອໜຶ່ງ ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2023 ນີ້, ໃນນາມລັດຖະບານ ຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມາຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ, ເອກະຊົນ, ປະຊາຊົນ ໃນ ສປປ ລາວ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ, ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ; ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດໃຫ້ຫຼາຍຂຶ້ນ; ພ້ອມນັ້ນ ກໍໃຫ້ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫຼໍ່ແຫຼມ, ເຂດອຸດສະຫະກຳ, ກະສິກຳ, ບໍລິ ການບັນເທີງ ແລະ ພາກສ່ວນອື່ນໆ ທີ່ນຳໃຊ້ແຮງງານ; ເອົາໃຈໃສ່ສ້າງ ແລະ ພັດທະນາສີມືແຮງງານ, ສ້າງວຽກເຮັດງານທຳ ແລະ ຕະຫຼາດແຮງງານ ໃຫ້ມີຄວາມສອດຄ່ອງ; ເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະ ແໜງການທີ່ກ່ຽວຂ້ອງເປັນຕົ້ນຂະແໜງການທີ່ຮັບຜິດຊອບວຽກງານຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະຈຳດ່ານຊາຍແດນ, ພະນັກງານການທູດປະຈຳຢູ່ຕ່າງປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫຼາຍຝ່າຍ ກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນ ເພື່ອເຮັດວຽກງານຕ້ານການຄ້າມະນຸດ ມີປະສິດທິຜົນດີຂຶ້ນ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວຢ່າງເໝາະສົມ.
ຂ້າພະເຈົ້າ, ຫວັງຢ່າງຍິ່ງວ່າ ບັນດາອົງການຈັດຕັ້ງພັກ, ລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນຈາກທຸກພາກສ່ວນ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ໃຫ້ການສະ ໜັບສະໜູນ, ຮ່ວມມືຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂບັນຫາການຄ້າມະນຸດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ.