ໄຂ້ຍຸງລາຍ ປຽບເໝືອນມັດຈຸລາດ ທີ່ເຝົ້າທຳລາຍຊີວິດຄົນລາວເຮົາ ບໍ່ຄວນເບິ່ງຂ້າມຢ່າງເດັດຂາດ

ແຫລ່ງຂ່າວຈາກສູນໄຂ້ຍຸງ ກະຊວງສາທາ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 24 ກໍລະກົດ 2023 ໄດ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ 274 ຄົນ, ມີຜູ້ເສຍຊີວິດໄປແລ້ວ 7 ຄົນ ແລະ ມີຜູ້ຕິດເຊື້ອສະສົມທັງໝົດ 13.997 ຄົນ. ຈາກນີ້ໄປຮອດມື້ສິ້ນລະດູຝົນປີນີ້ກໍຍັງບໍ່ທັນຮູ້ວ່າຈະມີຜູ້ຕາຍຜູ້ຍັງ ແລະ ເຈັບເປັນຍ້ອນພະຍາດດັ່ງກ່າວນີ້ຕື່ມອີກຈັກຄົນໃນທົ່ວປະເທດ. ນີ້ຄືຜົນຮ້າຍຈາກໄຂ້ຍຸງລາຍທີ່ມາກັບໜ້າຝົນ. ເມື່ອເອີ່ຍເຖິງພະຍາດໄຂ້ຍຸງລາຍທີ່ມາພ້ອມກັບໜ້າຝົນຢູ່ປະເທດຂອງພວກເຮົາຖືເປັນພະຍາດເຂດຮ້ອນຊະນິດໜຶ່ງທີ່ອັນຕະລາຍປຽບເໝືອນມັດຈຸລາດທີ່ມາສັງເວີຍເອົາຊີວິດອິນຊີຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະປີຈຳນວນບໍ່ໜ້ອຍ, ແຕ່ກົງກັນຂ້າມ ຄົນລາວເຮົາສ່ວນຫລາຍຊ້ຳພັດຍັງພາກັນຖືເບົາໃນການປ້ອງກັນສະກັດກັ້ນ ໂດຍສະເພາະໃນຊ່ວງລະດູຝົນ ເຊິ່ງເປັນຕົ້ນເຫດທີ່ມາຂອງເຊື້ອພະຍາດໄຂ້ຍຸງລາຍມີການແພ່ລະບາດໃນປະເທດຂອງພວກເຮົາຢ່າງກວ້າງຂວາງ.

ຫາກຕັ້ງໂຈດກັນວ່າ, ເຊື້ອພະຍາດໄຂ້ຍຸງລາຍເກີດມາຈາກໃສ. ຄຳຕອບກໍຄື ມາຈາກຍຸງທີ່ນຳເຊື້ອພະຍາດມາສູ່ຄົນ, ບໍ່ເກີດຂອງຍຸງກໍມາຈາກສະພາບແວດລ້ອມອ້ອມຕົວເຊັ່ນ: ຈາກປ່າຫຍ້າຮົກເຮື້ອ, ຈາກນ້ຳອັ່ງຂັງເປິະເປື້ອນຕາມກະໂປະ, ກະປ໋ອງ, ຕາມຕີນລົດເກົ່າທີ່ປະຖິ້ມຕາມປ່າຫຍ້າຮົກເຮື້ອເສດຂີ້ເຫຍື້ອ ແລະ ພາຊະນະອື່ນໆທີ່ມີນ້ຳອັ່ງຂັງເປັນເວລາຫລາຍວັນ ຫລື ຫລາຍເດືອນ.

ໃນໄລຍະຜ່ານມາ, ທາງກະຊວງກ່ຽວຂ້ອງ ໂດຍສະເພາະສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ໄດ້ມີແຜນຮັບມືກັບພະຍາດດັ່ງກ່າວໃນແຕ່ລະປີ, ແຕ່ກໍບໍ່ສາມາດຫລີກລ່ຽງໄດ້ຕໍ່ການເຈັບເປັນ ແລະ ເສຍຊີວິດຂອງປະຊາຊົນບັນດາເຜົ່າ ຍ້ອນພະຍາດດັ່ງກ່າວເປັນພະຍາດທີ່ອັນຕະລາຍ ສົມທົບກັບປະຊາຊົນເຮົາຍັງມີການຖືເບົາໃນການປ້ອງກັນສະກັດກັ້ນ.

ເຖິງຢ່າງໃດກໍດີ, ເພື່ອຫລີກເວັ້ນ ແລະ ຈຳກັດກັບການແພ່ລະບາດຂອງພະຍາດໄຂ້ຍຸງລາຍ ທາງອອກທີ່ກະຊວງສາທາແນະນຳນັ້ນຕ້ອງພາກັນປະຕິບັດ 5ປ ຄື: ປ.ປົກປິດພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກເຮືອນ, ປ.ປ່ຽນນ້ຳໃນພາຊະນະ ແລະ ຜັດປ່ຽນນ້ຳໃນຟຸຍ, ຖັງ ແລະ ພາຊະນະທີ່ມີນ້ຳອັ່ງຂັງ, ປ.ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ, ປ.ປັບປຸງສະພາບແວດລ້ອມໃນເຮືອນ ເກັບມ້ຽນກະໂປະກະປ໋ອງແກ້ວເກົ່າ ແລະ ອື່ນໆໄວ້ບ່ອນຮົ່ມບ່ອນບໍ່ມີນ້ຳອັ່ງຂັງ, ປ.ປະຕິບັດ 5 ຂໍ້ທີ່ເວົ້າມາຂ້າງເທິງໃຫ້ກາຍເປັນນິດໄສ ເພື່ອປ້ອງກັນບໍ່ໃຫ້ມີພະຍາດໄຂ້ຍຸງລາຍເກີດຂຶ້ນ.

ສ່ວນຜູ້ທີ່ເຈັບເປັນມີອາການໄຂ້ແຮງຜິດປົກກະຕິໃຫ້ຮີບໄປໂຮງໝໍໂດຍດ່ວນ ເພື່ອໃຫ້ແພດໝໍກວດກາສຸຂະພາບ ເພາະພະຍາດໄຂ້ຍຸງລາຍຄືໄພອັນຕະລາຍ ປຽບເໝືອນມັດຈຸລາດທີ່ເຝົ້າທຳລາຍຊີວິດອິນຊີຂອງຄົນລາວເຮົາໃນແຕ່ລະປີເປັນຈຳນວນບໍ່ໜ້ອຍ.