12 ໜ້າວຽກຕົ້ນຕໍ ທີ່ຕິດພັນກັບການພັດທະນານະຄອນຫຼວງວຽງຈັນ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 26 ຈັດຂຶ້ນວັນທີ 28 ກໍລະກົດ 2023 ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ. ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ 12 ໜ້າວຽກຕົ້ນຕໍຄື
ການເຜີຍແຜ່ມະຕິຕົກລົງ ຂອງກອງປະຊຸມເປີດກວ້າງຄັ້ງທີ 1 ປະຈໍາປີ 2023
ລາຍງານກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການສຶກສາຄວາມເປັນໄປໄດ້ໃນການພັດທະນາເມືອງທັນສະໄໝ (SmartCity) ຢູ່ ນວ 450 ປີ
ລາຍງານກ່ຽວກັບແຜນການຕ້ານແລ້ງຕ້ານຖ້ວມ ຂອງພະແນກກະສິກໍາ ແລະ ປ່າໄມ ນວ
ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບແຜນການຊຸກຍູ້ສົ່ງເສີມການຜະລິດກະສິກໍາເພື່ອສະໜອງພາຍໃນ ແລະ ສົ່ງອອກຂອງ ນວ
ລາຍງານກ່ຽວກັບແຜນຜັງຄອງນໍ້າວຽງຈັນຕິດພັນກັບການພັດທະນາ ແລະ ການການກໍານົດຂອບເຂດການກວດກາໃບຕາດິນ 76 ກິໂລແມັດ
ລາຍງານກ່ຽວກັບຄວາມຄືບໜ້າການກໍ່ສ້າງຂົວຂ້າມນໍ້າງື່ມ ເຂດບ້ານດວງບຸດດີ ເມືອງໄຊທານີ ແລະ ໂຄງການທາງດ່ວນນະຄອນຫຼວງວຽງຈັນ-ແຂວງວຽງຈັນ
ລາຍງານກ່ຽວກັບການສໍາຫຼວດ ແລະ ການຂໍອະນຸມັດຮັບຮອງເອົາແລວທາງໂຄງການສຶກສາຄວາມເປັນໄປໄດ້ ສໍາຫຼວດອອກແບບການກໍ່ສ້າງເສັ້ນທາງແຕ່ທາງ 450 ປີ ຜ່ານບ້ານໂຊກໃຫຍ່ ບ້ານໂຊກນ້ອຍ ບ້ານໂພນທອງ ບ້ານນາບຽນ ຫາ ບ້ານດຸງ ແຕ່ເສັ້ນທາງ ຫຼັກ 21 (ທາງ 13 ໃຕ້) ຫາບ້ານນາຄວາຍ
ລາຍງານກ່ຽວກັບແຜນຜັງລວມເຂດນິຄົມອຸດສາຫະກໍາ ນວ
ລາຍງານກ່ຽວກັບທິດທາງການພັດທະນາ ປະດັບປະດາເສັ້ນທາງໃນ ນວ
ລາຍງານກ່ຽວກັບການສະເໜີແນວຄວາມຄິດເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການສ້າງສວນນິລັນດອນ (ປ່າສັກສິດ) ຢູ່ ນວ
ລາຍງານກ່ຽວກັບແຜນການ ແລະ ມາດຕະການແກ້ໄຂບັນດາສາຍໂທລະຄົມ ມະນາຄົມ ແລະ ສາຍໄຟຟ້າ
ລາຍງານກ່ຽວກັບສະພາ

