ສະຫະພັນບານເຕະເອີຣົບ ຫລື ຢູຟ້າ ຢືນຢັນ ບຣາເຊໂລນ້າ ສະໂມສອນຍັກໃຫຍ່ແຫ່ງ ລາລີກ້າ ແອັສປາຍ ຍັງສາມາດຮ່ວມແຂ່ງຂັນລະດັບທະວີບເອີຣົບ ໂດຍສະເພາະ ຢູຟ້າ ແຊ້ມປ້ຽນລີກ ໃນລະດູການໃໝ່ 2023-24 ເຖິງວ່າຄະດີຕິດສິນບົນກຳມະການຍັງບໍ່ໄດ້ບົດສະຫລຸບຖືກ ຫລື ຜິດ? ໂດຍກຳລັງຢູ່ໃນໄລຍະການສືບສວນສອບສວນ.
ຄະດີນີ້ເມື່ອເດືອນມີນາຜ່ານມາ ຢູຟ້າ ໄດ້ແຕ່ງຕັ້ງຄະນະກຳມະການຊຸດພິເສດກວດສອບຄະດີຂອງ ບາຣເຊໂລນ້າ ທີ່ຈ່າຍເງິນໃຫ້ບໍລິສັດຂອງ ໂຊເຊ່ ມາເຣຍ ເອັນຣີເກັຊ ເນເກຍຣ້າ ໃນໄລຍະທີ່ ເນເກຍຣ້າ ເປັນຮອງປະທານກຳມະການຜູ້ຕັດສິນຂອງບານເຕະແອັສປາຍ ຈຳນວນ 7.3 ລ້ານເອີໂຣ ໃນລະຫວ່າງປີ 2001-2018 ເຮັດໃຫ້ຜູ້ບໍລິຫານຂອງ ລາລີກ້າ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງແອັສປາຍ ຮ້ອງຟ້ອງຕໍ່ກັບບັນຫານີ້ ເຖິງເຈົ້າໜ້າທີ່ທາງກົດໝາຍ ລວມທັງ ຊານໂດຣ ໂຣເຊວ ແລະ ໂຈເຊ່ ມາເຣຍ ບາໂຕເມວ ອາດີດປະທານສະໂມສອນ ບາຣເຊໂລນ້າ.
ເຊິ່ງສະຫະພັນບານເຕະເອີຣົບ ຮັບຮູ້ບັນຫານີ້ແລ້ວ ແລະ ກຳລັງທຳການກວດສອບບັນຫານີ້ຢ່າງຖີຖ້ວນ ຫາກ ບາຣຊ້າ ຜິດແທ້ ອາດຖືກສັ່ງຫ້າມເຂົ້າຮ່ວມບານລະດັບເອີຣົບ ເປັນເວລາ 12 ເດືອນ ຕາມກົດລະບຽບທີ່ຂຽນໄວ້ໃນເດືອນເມສາ ປີ 2007.
ຫລ້າສຸດ ໄອຍະການ ໄດ້ລາຍງານຜົນສືບສວນໃຫ້ຊາບວ່າ: ບໍ່ພົບຂໍ້ມູນຫລັກຖານວ່າ: ບຣາຊ້າ ຈ່າຍເງິນເພື່ອຕິດສິນບົນໃຫ້ຜູ້ຕັດສິນໃນສະໜາມ ແລະ ກໍຍັງບໍ່ມີຫລັກຖານວ່າ: ເງິນທີ່ ບຣາຊ້າ ຈ່າຍໄປ 7.3 ລ້ານເອີໂຣ ມີຈຸດປະສົງເພື່ອຫຍັງ ອາດເປັນໄປໄດ້ກະທຳຜິດກົດໝາຍດ້ານອື່ນແທນ. ຢ່າງໃດກໍຕາມ ຖ້າ ບຣາຊ້າ ກວດພົບວ່າຜິດແທ້ ຢູຟ້າ ຈະລົງໂທດແນ່ນອນ ເຊິ່ງອາດສັ່ງຫ້າມເຂົ້າຮ່ວມແຂ່ງຂັນລະດັບເອີຣົບໃນອະນາຄົດ.