ລາວ-ອິນເດຍ ລົງນາມບົດບັນທຶກຄວາມເຂົ້າໃຈ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ 5 ໂຄງການ ຫລາຍກວ່າ 200.000 ໂດລາສະຫະລັດ

ວັນທີ 27 ກໍລະກົດ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊົວຣາບ ກຸມາ (Saurabh Kumar), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 26-29 ກໍລະກົດ 2023 ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ-ສ ອິນເດຍ ຄັ້ງທີ 3.
ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ຢູ່ໃນທ່ວງທ່າທີ່ດີ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ປະມານ 54 ລ້ານໂດລາສະຫະລັດ. ໃນນັ້ນ, ສປປ ລາວ ສົ່ງອອກແມ່ນປະມານ 43 ລ້ານໂດລາສະຫະລັດ ແລະ ນຳເຂົ້າແມ່ນປະມານ 11 ລ້ານໂດລາສະຫະລັດ, ປັດຈຸບັນ ນັກທຸລະກິດຂອງອິນເດຍ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍພໍສົມຄວນ. ໃນນີ້, ຝ່າຍລາວ ໄດ້ສະເໜີໃຫ້ມີການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈໍາ ຜ່ານສະຖານ ທູດ ຫລື ກອງປະຊຸມພົບປະຂອງສອງປະເທດ ເພື່ອດຶງດູດນັກລົງທຶນຂອງສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ເພື່ອຊອກຫາຊ່ອງທາງໃນການສົ່ງອອກສິນຄ້າ ຂອງລາວໄປຍັງຕະຫລາດອິນເດຍ.
ພາຍຫລັງ ສອງຝ່າຍ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫລືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈຳນວນ 5 ໂຄງການ, ລວມມູນຄ່າທັງໝົດ 248.226 ໂດລາສະຫະລັດ ຄື: ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຫ້ວຍທ້າງ, ເມືອງປາກລາຍ, ແຂວງໄຊຍະບູລີ ມູນຄ່າ 49.999 ໂດລາສະຫະລັດ; ໂຄງການກໍ່ສ້າງສູນຝຶກອົບຮົມ ແລະ ອຸປະກອນ ICT ໃຫ້ແກ່ພະແນກການສື່ສານດ້ານເຕັກໂນໂລຊີ ແຂວງ ໄຊຍະບູລີ ມູນຄ່າ 49.963 ໂດລາສະຫະລັດ; ໂຄງການກໍ່ສ້າງສູນປິ່ນ ປົວສຸຂະພາບ ບ້ານຊຽງຫລວງ, ເມືອງດາກຈຶງ, ແຂວງເຊກອງ ມູນຄ່າ 49.210 ໂດລາສະຫະລັດ; ໂຄງການກໍ່ສ້າງລະບົບທໍ່ສົ່ງນ້ຳ ບ້ານພູສັນ, ເມືອງແປກ, ແຂວງຊຽງຂວາງ ມູນຄ່າ 49.054 ໂດລາສະຫະລັດ ແລະ ໂຄງການກໍ່ສ້າງໂຮງຮຽນ ມັດທະຍົມຕອນຕົ້ນດອນໃຫຍ່, ເມືອງສອງຄອນ, ແຂວງສະ ຫວັນນະເຂດ ມູນຄ່າ 50.000 ໂດລາສະຫະລັດ.

