ທະຫານໄນເຈີກໍ່ລັດຖະປະຫານ ຈີກລັດຖະທຳມະນູນ ຢຶດອຳນາດປະທານາທິບໍດີ ພ້ອມສັ່ງປິດຊາຍແດນທັນທີ

ທະຫານໄນເຈີຕັດສິນໃຈກໍ່ລັດຖະປະຫານ ຈີກລັດຖະທຳມະນູນ ຢຶດອຳນາດປະທານາທິບໍດີ ໂມຮຳເໝັດ ບາຊູມ ພ້ອມສັ່ງໂຈະການເຮັດວຽກຂອງສະຖາບັນ ແລະ ອົງກອນຕ່າງໆທັງໝົດ ແລະ ສັ່ງປິດຊາຍແດນປະເທດທັນທີ ໃນຄືນວັນທີ 26 ກໍລະກົດ ຕາມເວລາທ້ອງຖິ່ນ.
ໂດຍຄະນະລັດຖະປະທານພາຍໃຕ້ການນຳຂອງ ພົນເອກ ອາມາດູ ອັບດຣາມາເນ ປະກາດຜ່ານສະຖານີໂທລະພາບວ່າ: “ປັດຈຸບັນ ກອງກຳລັງດ້ານປ້ອງກັນປະເທດ ແລະ ຄວາມໝັ້ນຄົງໄດ້ຕັດສິນໃຈຢຸດລະບອບການປົກຄອງໃນປັດຈຸບັນລົງແລ້ວ ຫລັງຈາກສະຖານະການດ້ານຄວາມໝັ້ນຄົງຫລຸດລົງຕໍ່ເນື່ອງ ລວມທັງບັນຫາຄວາມຕົກຕໍ່າທາງເສດຖະກິດ ແລະ ທຳມາພິບານ”.
ຄະນະລັດຖະປະຫານຍັງຂໍການຮ່ວມມືບໍ່ໃຫ້ພັນທະມິດຕ່າງປະເທດທັງໝົດເຂົ້າແຊກແຊງກິດຈະການພາຍໃນໄນເຈີໄລຍະເວລານີ້ ຈຶ່ງມີການສັ່ງປິດຊາຍແດນປະເທດ ທັງທາງບົກ, ທາງນ້ຳ ແລະ ທາງອາກາດ ຈົນກວ່າສະຖານະການພາຍໃນປະເທດຈະກັບມາໝັ້ນຄົງ ແລະ ມີສະຖຽນລະພາບ. ພ້ອມປະກາດໄລຍະເວລາເຄີຟິວນັບແຕ່ 22:00-5:00 ໂມງ ຂອງທຸກວັນຕໍ່ຈາກນີ້ ຈົນກວ່າຈະມີການປະກາດປ່ຽນແປງ.
ທ່ານ ບາຊູມ ຖືກຄະນະລັດຖະປະຫານຄວບຄຸມຕົວໄວ້ນັບແຕ່ເຊົ້າມືດຂອງວັນທີ 26 ກໍລະກົດຜ່ານມາ ໂດຍທ່ານຍັງໄດ້ຮັບແຮງສະໜັບສະໜູນຈາກທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີຕ່າງປະເທດອາເມລິກາ ແລະ ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ທີ່ສະແດງຈຸດຢືນປະນາມການກໍ່ລັດຖະປະຫານໃນຄັ້ງນີ້, ພ້ອມຮຽກຮ້ອງໃຫ້ທະຫານໄນເຈີຄືນອຳນາດໃຫ້ປະຊາຊົນ ແລະ ປ່ອຍຕົວປະທານາທິບໍດີໂດຍໄວ.
ພົນເອກ ອັບດຣາມາເນ ປະກາດວ່າ: ກອງກຳລັງທະຫານຈະປະຕິບັດໜ້າທີ່ໃນສະພາແຫ່ງຊາດເພື່ອການປົກປ້ອງມາຕຸພູມ (CNSP) ເພື່ອບໍລິຫານປະເທດຊົ່ວຄາວ.
ອ້າງອີງ:

