ເສັ້ນທາງ ບ້ານໃຫຍ່ພັດທະນານາແກວ ເມືອງຊະນະສົມບູນ ແຂວງຈຳປາສັກ ຖືກຕັດຂາດ ຍ້ອນກະແສນໍ້າຊຸທັ່ງຈາກຝົນຕົກໜັກ ປະຊາຊົນບໍ່ສາມາດສັນຈອນໄປມາໄດ້

ແຫລ່ງຂ່າວແຂວງຈຳປາສັກລາຍງານວ່າ: ວັນທີ 26 ກໍລະກົດ 2023 ຜ່ານມາ, ທ່ານ ຄຳພຸກ ພູມມະສິດ ນາຍບ້ານ ບ້ານໃຫຍ່ພັດທະນານາແກວ ໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດມີສະພາບຝົນຕົກໜັກໃນລະຫວ່າງຄໍ່າຄືນຂອງວັນທີ 25 ກໍລະກົດ 2023 ທີ່ຜ່ານມາຈຶ່ງເຮັດໃຫ້ປະລິມານນ້ຳຕາມຫ້ວຍ, ຮ່ອງເພີ່ມຂຶ້ນຢ່າງຫຼວງຫຼາຍ ໂດຍສະພາະແມ່ນໄຫລຖ້ວມເສັ້ນທາງບໍລິເວນຈຸດໃກ້ ທໍ່ໃຫຍ່ຫ້ວຍໃຕ້ພາລະຄຳ ທີ່ຂຶ້ນກັບບ້ານໃຫຍ່ພັດທະນານາແກວ ກຸ່ມ III ເມືອງຊະນະສົມບູນ ແຂວງຈຳປາສັກ ຖືກກະແສນ້ຳຊຸທັ່ງເຮັດໃຫ້ຈຸດເສັ້ນທາງດັ່ງກ່າວເປ່ເພຖືກຕັດຂາດເປັນຂຸມເລິກ ແລະ ສົ່ງຜົນເຮັດໃຫ້ການສັນຈອນໄປມາປະຊາຊົນພາຍໃນບ້ານຖືກຕັດຂາດບໍ່ສາມາດອອກສູ່ເສັ້ນທາງຫຼວງເລກທີ 13 ໃຕ້ ໄດ້ໂດຍຈຳເປັນຕ້ອງຫັນມານຳໃຊ້ເສັ້ນທາງຄຸ້ມມ່ວງແກ້ວ ຊົ່ວຄາວ.
ປັດຈຸບັນທາງອົງການປົກຄອງບ້ານໄດ້ລົງສຳຫຼວດກວດກາເບິ່ງຜົນເສຍຫາຍຕົວຈິງ ໂດຍປະເມີນຜົນເສຍຫາຍເບື້ອງຕົ້ນຄາດວ່າບໍ່ຕ່ຳກວ່າ 70 ລ້ານກີບ, ນອກຈາກນັ້ນທາງອົງການປົກຄອງບ້ານຍັງໄດ້ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ເພື່ອລົງມາຕິດຕາມ, ກວດກາຜົນເສຍຢ່າງລະອຽດ ແລ້ວ ຮ່ວມກັນຊອກຫາວິທາງເພື່ອປັບປຸງແກ້ໄຂຈຸດເສັ້ນທາງທີ່ເປ່ເພດັ່ງກ່າວໃຫ້ໄດ້ນຳໃຊ້ໂດຍໄວ.

