ປະທານສະພາແຫ່ງຊາດ ຊີ້ນຳໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ເລັ່ງພັດທະນານໍາໃຊ້ທ່າແຮງອຸດສາຫະກໍາ 4.0 ຫັນເປັນທັນສະໄໝ

ໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສະ ໄໝທີ V ວັນທີ 25 ກໍລະກົດ 2023, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີຄໍາເຫັນສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງກົມການເມືອງສູນກາງພັກ ຕໍ່ການພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອນໍາໃຊ້ທ່າແຮງ ອຸດສາຫະກໍາ 4.0 ໃນການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຂອງປະເທດ ຕາມທິດສີຂຽວ ແລະ ຍືນຍົງ.

ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ, ປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ    ໜັກແໜ້ນຕາມທິດສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ; ກໍ່ສ້າງພະນັກງານ ໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການ ເມືອງ ມີຄວາມຮູ້ທາງດ້ານວິຊາສະເພາະຢ່າງໜັກແໜ້ນ; ບັນຈຸສັບຊ້ອນພະນັກງານ ໃຫ້ຖືກຕ້ອງເໝາະສົມຕາມມາດຖານຕຳແໜ່ງງານທີ່ກຳນົດໄວ້; ປັບປຸງນິຕິກຳເກົ່າທີ່ບໍ່ສອດຄ່ອງ ແລະ ສ້າງນິຕິກໍາໃໝ່ໃຫ້ພຽງພໍ ແລະ ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມ.