ພາຍຸໄຕ້ຝຸ່ນ Doksuri ພັດຂຶ້ນຝັ່ງເກາະລູຊອນປະເທດຟີລິບປິນ ສົ່ງຜົນໃຫ້ເກີດນ້ຳຖ້ວມກະທັນຫັນ ທາງການອົບພະຍົບປະຊາຊົນຫລາຍກວ່າ 12.000 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ວັນທີ 26 ກໍລະກົດ 2023 ນີ້ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຟີລິບປິນ (ປາກາຊາ) ລາຍງານພາຍຸໄຕ້ຝຸ່ນ Doksuri  ຂຶ້ນຝັ່ງທີ່ເກາະຟູກາ ທາງເໜືອສຸດຂອງເກາະລູຊອນ ດ້ວຍຄວາມໄວລົມສູງສຸດໃກ້ສູນກາງ 175 ກິໂລແມັດ/ຊົ່ວໂມງ ສົ່ງຜົນໃຫ້ເກີດນ້ຳຖ້ວມກະທັນຫັນເປັນວົງກວ້າງ, ຂະນະທີ່ກະແສລົມຮຸນແຮງສ້າງຄວາມເສຍຫາຍໃກ້ກັບບ້ານເຮືອນ ແລະ ລະບົບກະແສໄຟຟ້າ.
ເຖິງແມ່ນວ່າ ພາຍຸຫລຸດຄວາມໄວລົງຈາກລະດັບຊຸບເປີໄຕ້ຝຸ່ນ ເມື່ອພາດຜ່ານຟີລິບປິນ ແຕ່ອຸຕຸນິຍົມແຫ່ງຊາດ ເຕືອນວ່າ ອິດທິພົນຂອງພາຍຸຍັງຄົງຮຸນແຮງໃນລະດັບອັນຕະລາຍເຖິງແກ່ຊີວິດ ໂດຍກ່ອນທີ່ພາຍຸຈະຂຶ້ນຝັ່ງ ທາງການໄດ້ປະກາດອົບພະຍົບປະຊາຊາຊົນລ່ວງໜ້າປະມານ 12.000 ຄົນ ໃນແຂວງຄາກາຍັນ ທາງຕາເວັນອອກສ່ຽງເໜືອຂອງເກາະລູຊອນ ແລະ ເຕືອນຊາວປະມົງບໍ່ຄວນນຳເຮືອອອກຈາກຝັ່ງໃນໄລຍະນີ້, ເນື່ອງຈາກຄື່ນພາຍຸອາດຊັດຂຶ້ນຝັ່ງສູງກວ່າ 3 ແມັດ, ອີກໜຶ່ງ ຟີລິບປິນເປັນປະເທດທີ່ຕ້ອງຮັບມືກັບໄຕ້ຝຸ່ນເປັນປະຈຳ ສະເລ່ຍປະມານ ປີລະ 20 ລູກ.