ທາບທາມຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍລະບົບການຊໍາລະ ທາງເອເລັກໂຕຣນິກ ເພື່ອຄຸ້ມຄອງລະບົບການຊໍາລະ ຢູ່ ສປປ ລາວ

ວັນທີ 26 ກໍລະກົດ 2023, ທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມ ທາບທາມຄໍາເຫັນເປີດກວ້າງ ໃສ່ຮ່າງກົດໝາຍ ວ່າດ້ວຍລະບົບການຊໍາລະ ທາງເອເລັກໂຕຣນິກ (ສະບັບປັບປຸງ) ແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວ, ມີເນື້ອໃນຄົບຖ້ວນ, ຮັດກຸມຍິ່ງຂຶ້ນ, ຮັບປະກັນໃຫ້ການກໍານົດທິດທາງໃນການຄຸ້ມຄອງວຽກງານການຊຳລະ ໃນປັດຈຸບັນ ແລະ ອະນາຄົດ ມີປະສິດທິພາບ ແລະ ທັນກັບສະພາບການ.

ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າທະນາຄານ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍ ລະບົບການຊໍາລະ ໄດ້ຖືກນໍາໃຊ້ມາເປັນເວລາ 6 ປີ, ຜ່ານການຈັດຕັ້ງປະຕິບັດເຫັນວ່າ ເປັນບ່ອນອີງທີ່ແນ່ນອນໃຫ້ແກ່ການເຄື່ອນໄຫວ ແລະ ຄຸ້ມຄອງລະບົບການຊໍາລະ ຢູ່ ສປປ ລາວ ເຮັດໃຫ້ການຄຸ້ມຄອງລະບົບການຊໍາລະ ເປັນລະບົບ, ລວມສູນ ແລະ ມີການພັດທະນາລະບົບການຊໍາລະ ຢ່າງຕໍ່ເນື່ອງ ເຊິ່ງສະແດງອອກຄື: ສ້າງກົມຄຸ້ມຄອງລະບົບຊໍາລະສະສາງ ເພື່ອເປັນເສນາທິການໃຫ້ແກ່ຄະນະຜູ້ວ່າການ ໃນການຄຸ້ມຄອງ ແລະ ພັດທະນາລະບົບການຊໍາລະໂດຍກົງ; ສຳເລັດການຄົ້ນຄວ້າອອກນິຕິກໍາລຸ່ມກົດໝາຍວ່າດ້ວຍລະບົບການຊໍາລະ; ຍຸດທະສາດການພັດທະນາລະບົບການຊໍາລະຂອງຂະແໜງທະນາຄານ-ການເງິນ ໄລຍະ 5 ປີ(2021-2025); ອະນຸຍາດສ້າງຕັ້ງບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNET) ທີ່ເຮັດໜ້າທີ່ເປັນຜູ້ຄວບຄຸມ ລະບົບການຊໍາລະທຸລະກໍາຍ່ອຍ ເພື່ອອໍານວຍຄວາມສະດວກ ໃນການໃຫ້ບໍລິການທະນາຄານຮ່ວມກັນ; ໄດ້ອອກໃບອະນຸຍາດ ດໍາເນີນທຸລະກິດໃຫ້ແກ່ຜູ້ໃຫ້ບໍລິການຊຳລະ ໂດຍໃຫ້ບໍລິການຊຳລະ ຜ່ານຊ່ອງທາງການຊໍາລະເອເລັກໂຕຣນິກທີ່ຫລາກຫລາຍ ເຮັດໃຫ້ສັງຄົມຫັນມາດໍາເນີນທຸລະກໍາຊໍາລະທາງເອເລັກໂຕຣນິກ ແທນເງິນ ສົດ ຫລາຍຂຶ້ນ.

ຢ່າງໃດກໍຕາມ ອີງໃສ່ ປັດຈຸບັນ, ສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ ກໍຄື ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ນະວັດຕະກຳທາງການເງິນ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລະ ບົບການຊຳລະ ຢູ່ບັນດາພາກພື້ນ ແລະ ສາກົນ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ເຮັດໃຫ້ກົດໝາຍດັ່ງກ່າວ ບໍ່ທັນສອດຄ່ອງ ແລະ ເນື້ອໃນຂອງກົດໝາຍ ຍັງມີລັກສະນະຈໍາກັດ, ບໍ່ກວມລວມການໃຫ້ບໍລິການຊໍາລະທາງເອເລັກໂຕຣນິກ ໃນໄລຍະໃໝ່, ເຮັດໃຫ້ການຈັດຕັ້ງປະຕິບັດພົບຄວາມຫຍຸ້ງຍາກ ໃນການຄຸ້ມຄອງຕິດຕາມກວດກາລະບົບການຊໍາລະ ສົ່ງຜົນໃຫ້ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ. ດັ່ງນັ້ນ, ແຕ່ປີ 2021 ເປັນຕົ້ນມາ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າ ທົບທວນ ແລະ ປັບປຸງກົດໝາຍສະບັບນີ້, ພ້ອມທັງດໍາເນີນຕາມຂັ້ນຕອນຂອງການສ້າງນິຕິກໍາ, ໄດ້ຈັດກອງປະຊຸມທາບທາມຄໍາຄິດຄຳເຫັນ, ຫລັງຈາກນັ້ນ ຈະນໍາເອົາຄໍາຄິດເຫັນໄປຄົ້ນຄວ້າປັບປຸງເພື່ອ ສະເໜີກະຊວງຍຸຕິທໍາ, ລັດຖະບານ ຕາມລໍາດັບ ແລະ ຄາດວ່າຈະສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຊອງສະພາແຫ່ງຊາດຊຸດທີ IX ໃນທ້າຍປີນີ້.