ໂຣນັລໂດ້ ຍິງບໍ່ໄດ້! ອັລ ນາສເຊີ ສະເໝີ ເປແອສເຊ 0-0, ໄຮ້ເງົາ ເອັມປັບເປ້

ອັລ ນາສເຊີ ຂົນດາວດັງລົງເຕັມແຜງທັງ ຄຣິສເຕຍໂນ້ ໂຣນັລໂດ້, ມາເຊໂລ່ ໂບໂຊວິຊ, ເຊໂກ້ ໂຟຟານ່າ ແລະ ອະເລັກ ເຕລິສ ກ່ອນຈະຍັນສະເໝີ ປາຣີ ແຊງແຊກແມັງ ທີ່ບໍ່ມີເງົາ ຄີລີຍັນ ເອັມປັບເປ້ ໄປແບບບໍ່ມີສະກໍໃນເກມອຸ່ນເຄື່ອງທີ່ປະເທດຍີ່ປຸ່ນ, ນັດຕໍ່ໄປ ເປແອສເຊ ມີຄິວດວລ ເຊເລໂຊ ໂອຊາກ້າ.
ການແຂ່ງຂັນບານເຕະນັດມິດຕະພາບ ວັນອັງຄານທີ່ 25 ກໍລະກົດ 2023 ທີ່ສະໜາມຍັນມາ ສະເຕດ້ຽມ ລະຫວ່າງ ປາຣີ ແຊງແຊກແມັງ ພົບ ອັລ ນາສເຊີ.
ເກມນີ້ເ ປແອສເຊ ສົ່ງ ມາໂກ ອະເຊນຊິໂອ ມິດຟິດຄົນໃໝ່ ລົງຫລິ້ນຕົວຈິງໃນຕຳແໜ່ງ ກອງໜ້າຕົວເປົ້າ ຂະນະທີ່ ເນມາ ນັ່ງສຳຮອງ ສ່ວນ ຄີລຽນ ເອັມປັບເປ້ ຖືກຕັດຊື່ອອກຈາກທີມໄປຮຽບຮ້ອຍໃນກະແສຂ່າວທີ່ບໍ່ແນ່ນອນ.
ຂະນະທີ່ ອັລ-ນາສເຊີ ສົ່ງສອງມິດຟິດລາຍໃໝ່ ທັງ ມາເຊໂລ່ ໂບໂຊວິດ ແລະ ເຊໂກ້ ໂຟຟານ່າ ລົງໂຕຈິງໂດຍມີ ຄຣິສເຕຍໂນ້ ໂຣນັລໂດ້ ເປັນໜ້າເປົ້າລ່າປະຕູ.
ປາກົດວ່າເກມນີ້ສູ້ກັນແບບສູສີ ມີໂອກາດລຸ້ນປະຕູຫລາຍຄັ້ງແຕ່ຈັງຫວະສຸດທ້າຍບໍ່ຄົມພໍໂດຍ ຄຣິສເຕໂນ້ ໂຣນັລໂດ້ ພາດໃສ່ສະກອດໃຫ້ທີມຈາກຊາອຸ ສຸດທ້າຍຈົບລົງດ້ວຍສະກໍ 0-0.

