ເອກົວດໍປະກາດສະຖານະການສຸກເສີນໃນ 3 ແຂວງ ຫລັງເຈົ້າເມືອງຖືກຍິງເສຍຊີວິດ

ທາງການເອກົວດໍປະກາດສະຖານະການສຸກເສີນຄວບຄຸມແຂວງມານາບີ ແລະ ອີກ 2 ແຂວງໃກ້ຄຽງ ຫລັງເກີດເຫດກວາດຍິງຂຶ້ນຢູ່ເມືອງມັນຕາໃນແຂວງມານາບີວັນທີ 24 ກໍລະກົດ ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ໜຶ່ງໃນນັ້ນຄືທ່ານ ອາກຸສຕິນ ອິນທຸຣິອາໂກ ເຈົ້າເມືອງມັນຕາ, ສ່ວນອີກຄົນໜຶ່ງຄືທ່ານ ອະຣີອານາ ເອສເຕຟານີອາ ຊານເກ ນັກເຕະບານຍິງສັງກັດທີມ Las Dragonas.
ທ່ານ ກິເຢໂມ ລັສໂຊ ປະທານາທິບໍດີເອກົວດໍ ປະກາດຮ່ວມໄວ້ອາໄລໃຫ້ທ່ານ ອິນທຣິອາໂກ ແລະ ນາງ ຊານເກ ທີ່ເສຍຊີວິດຈາກເຫດກວາດຍິງດັ່ງກ່າວ.
ເບື້ອງຕົ້ນຕຳຫລວດສາມາດຄວບຄຸມຜູ້ຖືກສົງໄສລົງມືກໍ່ເຫດໄວ້ໄດ້ແລ້ວ, ແຕ່ຍັງບໍ່ມີການເປີດເຜີຍລາຍລະອຽດ ລວມທັງເຫດຈູງໃຈແຕ່ຢ່າງໃດ.
ອ້າງອີງ:

