ເງິນຊື້ບໍ່ໄດ້! ເອັມປັບເປ້ ປະກາດຈຸດຢືນຊັດເຈນ ບໍ່ສົນໄປຫລິ້ນໃຫ້ ອັລ-ຮິລາ ໃນລີກຊາອຸ ຢ້ຳຂໍຢູ່ ເປແອສເຊ ຈົນໝົດສັນຍາລະດູການໜ້າ

ຄີລຽນ ເອັມປັບເປ້ ກອງໜ້າທີມຊາດຝຣັ່ງ ປະກາດຈຸດຢືນຊັດເຈນບໍ່ຕ້ອງການຍ້າຍຈາກ ປາຣີ ແຊັງ-ແຊັກແມັງ ໄປຫລິ້ນກັບ ອັລ ຮິລາ ໃນລະດູຮ້ອນນີ້. ແລະ ພ້ອມຈະຢູ່ກັບສະໂມສອນຕໍ່ໄປ ບໍ່ວ່າຈະຢູ່ໃນສະຖານະໃດກໍ່ຕາມ ຈົນຈະໝົດສັນຍາໃນລະດູການໜ້າ.
ເມື່ອວັນຈັນ, 24 ກໍລະກົດຜ່ານມາ ທີມ ອັລ-ຮິລາ ໃນ Saudi Pro League ຍື່ນຂໍ້ສະເໜີທີ່ຈະຈ່າຍຄ່າໂຕໃຫ້ ເອັມປັບເປ້ ເປັນສະຖິຕິໂລກ 300 ລ້ານເອີໂຣ, ທີ່ສຳຄັນແມ່ນ ແຊ້ມລີກ 1 ຝຣັ່ງ ໄດ້ຍອມຮັບຂໍ້ສະເໜີດ່ງກາວ ເນື່ອງຈາກວ່າພວກເຂົາບໍ່ຕ້ອງການທີ່ຈະເສຍນັກເຕະໄປຟຣີໆ ຫລັງຕໍ່ສັນຍາໃໝ່.
ກ່ອນໜ້ານີ້ມີລາຍງານຈາກຫລາຍສື່ວ່າ ເອັມປັບເປ້ ບໍ່ຕ້ອງຍ້າຍໄປຢູ່ກັບ ອັລ-ຮິລາ ແລະ ພ້ອມທີ່ຈະຢູ່ກັບທີມຕໍ່ໄປໃນລະດູການ 2023/2024 ໂດຍບໍ່ສົນວ່າຈະໄດ້ນັ່ງເປັນສຳຮອງກໍ່ຕາມ, ເປົ້າຫມາຍຂອງລາວແມ່ນເພື່ອກາຍເປັນນັກເຕະທີ່ບໍ່ມີຕົວແທນ ເພື່ອລາວສາມາດເຄື່ອນຍ້າຍໄດ້ໂດຍບໍ່ມີຄ່າໂຕ.

