ປະທານອົງການກວດກາແຫ່ງລັດ ເນັ້ນໃຫ້ຄະນະພັກກະຊວງສຶກສາ ເດັດຂາດປະຕິບັດວິໄນຕໍ່ຜູ້ກະທຳຜິດ ກົດລະບຽບຢ່າງເຂັ້ມງວດ ເພື່ອຄວາມໂປ່ງໃສຍຸຕິທຳ

ວັນທີ 19 ກໍລະກົດ  2023 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໂອ້ລົມຕໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ສຶກສາທິການ ແລະ ກິລາ ສະໄໝທີ IX.  ເຊິ່ງໃນກອງປະຊຸມ ທ່ານ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳກະຊວງເອົາໃຈໃສ່ໃນການແກ້ໄຂບາງບັນຫາດັ່ງນີ້:

  1. ສືບຕໍ່ເພີ່ມທະວີການເຮັດວຽກງານສຶກສາອົບຮົມການເມືອງແນວຄິດ, ແກ້ໄຂແນວຄິດຄອງເດີມ, ການສວຍໃຊ້ໜ້າທີ່ຕຳແໜ່ງ; ເພີ່ມທະວີມາດຕະການຕ້ານການເສື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກສູງສະຕິຕື່ນຕົວ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ; ຕອບຕ້ານໃຫ້ທັນການຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ.
  2. ເພີ່ມທະວີເອົາໃຈໃສ່ນຳພາ-ຊີ້ນຳວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ໄປຕາມທິດຊີ້ນຳຂອງສູນກາງພັກ, ໄປຕາມແຜນກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງ, ບັນດາຫ້ອງການ, ກົມກອງທີ່ໄດ້ຮັບຮອງນັ້ນ ຢ່າງເປັນລະບົບ; ເອົາໃຈໃສ່ການບັນຈຸ, ຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນພະນັກງານ ໃຫ້ຖືເອົາຄວາມສອດຄ່ອງຂອງວິຊາສະເພາະກັບໜ້າວຽກຕົວຈິງເປັນຫລັກ. ພ້ອມທັງເອົາໃຈໃສ່ການປະຕິບັດນະໂຍບາຍ ໃຫ້ຜູ້ທີ່ມີຜົນງານທີ່ເດັ່ນ ແລະ ເດັດຂາດປະຕິບັດວິໄນຕໍ່ຜູ້ກະທຳຜິດກົດລະບຽບ ຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ, ທັນການ
  3. ເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກຳໃນການຄຸ້ມຄອງ-ບໍລິຫານ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ທີ່ຈຳເປັນ ໃຫ້ເປັນລະບົບຮັດກຸມ, ປັບປຸງກົງຈັກການຈັດຕັ້ງ ຕ້ອງຕິດພັນກັບການສັບຊ້ອນ, ຈັດວາງພະນັກງານ ໃສ່ຕຳແໜ່ງງານຕ່າງໆໃຫ້ມີຄວາມສອດຄ່ອງ; ຄົ້ນຄວ້າຫລຸດຜ່ອນຈຳນວນລັດຖະກອນໃນຂົງເຂດບໍລິຫານລົງດ້ວຍມາດຕະການຕ່າງໆທີ່ເໝາະສົມ; ແກ້ໄຂກົນໄກ, ລະບຽບການຫລາຍຂັ້ນ-ຂອດ, ບໍ່ໂລ່ງລ່ຽນ-ກົມກຽວ;
  4. ການຈັດສັນງົບປະມານຢ່າງສົມເຫດສົມຜົນ ລົງໃສ່ກິດຈະກຳທີ່ສຳຄັນ ແລະ ເປັນບຸລິມະສິດແທ້ ສຸມໃສ່ເຮັດໃຫ້ທ້ອງຖິ່ນ ແລະ ສະຖານການສຶກສາ ໄດ້ເປັນເຈົ້າການຫລາຍຂຶ້ນໃນການປະຕິບັດແຜນພັັດທະນາການສຶກສາ ແລະ ກິລາ ແລະ ບັນດາຄາດໝາຍ ຂອງຂະແໜງການສຶກສາ ແລະ ກິລາ ເພື່ອຊ່ວຍແກ້ໄຂ, ຫລຸດຜ່ອນບັນຫາ ແລະ ສິ່ງທ້າທາຍ ທີ່ພວກເຮົາພົບພໍ້ ໃນຊຸມປີຜ່ານມາ;
  5. ຕໍ່ກັບວຽກງານແຜນພັດທະນາການສຶກສາ ໂດຍເນັ້ນໃສ່ການປັບປຸງພື້ນຖານໂຄງລ່າງ ແລະ ສະໜອງອຸປະກອນການສຶກສາ. ຂະຫຍາຍໂອກາດການເຂົ້າເຖິງການສຶກສາທີ່ສະເໝີພາບ, ເທົ່າທຽບກັນ ແລະ ທົ່ວເຖິງ. ຍົກສູງຄຸນນະພາບຂອງການສຶກສາໃນສາຍອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ສ້າງທັກສະສີມືແຮງງານທີ່ມີຄຸນນະພາບ ແບບມີຈຸດສຸມຕອບສະໜອງໄດ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.
  6. ໃຫ້ສືບຕໍ່ສົ່ງເສີມວຽກງານກິລາ-ກາຍຍະກຳມວນຊົນ ຢ່າງກວ້າງຂວາງ ເປັນຕົ້ນ: ການອອກກຳລັງກາຍ ເພື່ອສຸຂະພາບ, ກິລາພື້ນເມືອງ, ການແຂ່ງຂັນກິລານັກຮຽນ, ກິລາຄົນພິການ ທີ່ຕິດພັນກັບການສ້າງຂະບວນການ ແລະ ອື່ນໆ.
  7. ສືບຕໍ່ການຮ່ວມມືກັບຕ່າງປະເທດ ແລະ ຍາດແຍ່ງການຊ່ວຍເຫລືອຈາກເພື່ອນມິດສາກົນ ແລະ ຄູ່ຮ່ວມພັດທະນາໃຫ້ຫລາຍຂຶ້ນ ບົນພື້ນຖານແນວທາງການຕ່າງປະເທດ ຂອງພັກເຮົາ, ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ,
  8. ເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານຕິດຕາມ, ກວດກາຢ່າງເປັນປົກກະຕິ ແລະ ເຂັ້ມງວດ; ເອົາໃຈໃສ່ຊີ້ນຳການແກ້ໄຂຜົນຂອງການກວດສອບ, ການກວດກາ ທີ່ຕິດພັນກັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ. ຕິດພັນກັບວຽກງານ ປ້ອງກັນພັກ-ພະນັກງານ ກໍຄື ວຽກງານ ປກຊ-ປສກ ໄປຄຽງຄູ່ກັນ ພ້ອມທັງນຳເອົາວຽກງານ ປກຊ-ປກສ ເຜີຍແຜ່ເຊື່ອມຊືມ ຢູ່ບັນດາສະຖາບັນການສຶກສາ ກຳໄດ້ສະພາບຄວາມຫຍຸ້ງຍາກ, ຄວາມເຄັ່ງຕຶງ ຂອງພາກພື້ນ ແລະ ສາກົນ ລວມທັງທັດສະນະແນວທາງການຕ່າງປະເທດ ຂອງພັກ-ລັດຖະບານ ຕໍ່ບັນຫາຕ່າງໆ ທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດ.
  9. ເພີ່ມທະວີນຳພາ-ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ພ້ອມທັງສ້າງທຸກເງື່ອນໄຂ ອຳນວຍຄວາມສະດວກໃຫ້ ອົງການດັ່ງກ່າວ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະອົງການ ໂດຍສະເພາະປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ໂດຍຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ.