ທ່ານນາຍົກ ຊີ້ນຳໃຫ້ແຂວງວຽງຈັນ ເລັ່ງປັບປຸງວຽກງານຢູ່ບັນດາຂະແໜງການໃຫ້ດີຂື້ນ ນຳໃຊ້ ໍສະກຸນເງິນກີບ ໃນການຊື້ – ຂາຍ ແລກປ່ຽນພາຍໃນ ແລະ ຄ່າແຮງງານໃຫ້ເຂັ້ມງວດ

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ ວັນທີ 22 ກໍລະກົດ 2023 ທີ່ລົງວັນທີ 22 ກໍລະກົດ 2023 ຜ່ານມາ, ທ່ານໄດ້ຊີ້ນໍາໃຫ້ຂະແໜງການ, ຜູ້ປະກອບການ ແລະ ພາກ ສ່ວນກ້ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:
– ໃຫ້ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ທະນາ ຄານແຫ່ງ ສປປ ລາວ, ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຊີ້ນຳພະນັກງານຂອງຕົນ ຕິດຕາມ, ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກດ້ານຕ່າງໆໃຫ້ແກ່ການຜະລິດ, ປຸງແຕ່ງສິນຄ້າກະສິກໍາ, ຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ຂອງບໍລິສັດ ລາວອຸດສະຫະກຳ ແລະ ກະສິກຳ ຈໍາກັດ; ໃຫ້ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄົ້ນຄວ້າຮູບແບບການໂຄສະນາປະຊາ ສຳພັນການຕະຫຼາດສິນຄ້າພາຍໃນ ດ້ວຍຫຼາຍຮູບແບບ, ຫຼາຍຊ່ອງທາງ ແລະ ເປັນປົກກະຕິ ເພື່ອໃຫ້ສັງຄົມລາວເຮົາຮັບຮູ້ຢ່າງກວ້າງຂວາງ ພ້ອມນີ້ ໃຫ້ປັບປຸງການຜະລິດສິນຄ້າຂອງຕົນ ໃຫ້ມີຄວາມຫຼາກຫຼາຍຮູບແບບ ແລະ ສ້າງແຜນຄວາມຕ້ອງການວັດຖຸດິບ, ຄວາມຕ້ອງການນໍາໃຊ້ທີ່ດິນ ປູກຝັງ, ການນໍາເຂົ້າວັດຖຸ, ອຸປະກອນ, ແນວພັນ, ປຸ໋ຍ ແລະ ອື່ນໆ ເພື່ອເປັນຂໍ້ມູນສະໜອງໃຫ້ແກ່ຂະແໜງການກ່ຽວຂ້ອງ.
– ໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ສົມທົບ ກະຊວງພະລັງງານ ແລະ ບໍ່ແຮ່ , ອົງການປົກຄອງແຂວງວຽງຈັນ ກວດກາຄືນລະບົບຊົນລະປະທານ, ການນຳໃຊ້ກະແສໄຟຟ້າ ໃນວຽກງານຊົນລະປະທານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຜະລິດປູກຟັງ, ລ້ຽງສັດ, ລວມທັງ ເຕັກນິກ, ວິຊາການ, ແນວພັນພືດ-ສັດ ລົງຊ່ວຍກຸ່ມການປູກ-ການລ້ຽງ ຂອງປະຊາຊົນໃນເຂດດັ່ງກ່າວ, ພ້ອມນີ້ ກໍໃຫ້ຄົ້ນຄວ້າມາດຕະການຕ່າງໆ ເພື່ອຫຼຸດຕົ້ນທຶນການຜະລິດ, ການປຸງແຕ່ງ ຕໍ່າລົງ, ເຮັດໃຫ້ສິນຄ້າມີຄຸນນະພາບ ແລະ ສາມາດແຂ່ງຂັນໄດ້, ທັງໃຫ້ອົງການປົກຄອງແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແຫຼ່ງທຶນ ລວມທັງການປະກອບສ່ວນ ຈາກຫຼາຍພາກສ່ວນ ກໍຄືການມີສ່ວນຮ່ວມຂອງປະຊາຊົນ ໃນການກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານແຈ້ງ ຫາ ບ້ານຫາດສ້ຽວ ໃຫ້ສຳເລັດ.
– ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການປົກຄອງແຂວງວຽງຈັນ ສືບຕໍ່ຕິດຕາມ ແລະ ຊຸກຍູ້ ຜູ້ພັດທະນາໂຄງການພັດທະນາແຫຼ່ງທ່ອງທ່ຽວ ເຂດໜ້າເຂື່ອນໄຟຟ້ານໍ້າງື່ມ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ຖືກຕ້ອງຕາມເຕັກນິກ, ມາດຕະຖານ. ພ້ອມນັ້ນ ໃຫ້ອົງການປົກຄອງແຂວງວຽງຈັນ ສົມທົບຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າຍ້າຍທ່າເຮືອຂົນສົ່ງໄມ້ຈາກການອະນາໄມໜ້າເຂື່ອນ, ກຳນົດເສັ້ນທາງເວັ້ນສຳລັບການຂົນສົ່ງໄມ້; ຮີບຮ້ອນສຳຫຼວດ ເນື້ອທີ່ດິນລັດ, ອອກແຜນທີ່ດິນລັດ ສະຫງວນໄວ້ພັດທະນາໂຄງການຂອງລັດຖະບານໃນຕໍ່ໜ້າ, ຫຼີກລ່ຽງການບຸກລຸກຈັບຈອງຂອງປະຊາຊົນ; ບໍລິສັດ ຜູ້ພັດທະນາໂຄງການ ຕ້ອງນຳໃຊ້ສະກຸນເງິນກີບ ສຳລັບການຊື້ຂາຍແລກປ່ຽນພາຍໃນ, ຄ່າແຮງງານ ແລະ ອື່ນໆ ໃຫ້ເຂັ້ມງວດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

