ແມນຢູ ປ່ອຍໂຕ ‘ອາເລັກ ເຕເລສ’ ຍ້ານຮ່ວມ ອັລ ນາສເຊີ

ແມນເຊັສເຕີ ຢູໄນເຕັດ ທີມດັງຂອງ ພຣີເມຍລີກ ອັງກິດ ຕັດສິນໃຈປ່ອຍແບັກຊ້າຍ ອາເລັກ ເຕເລສ ຕົກລົງເຂົ້າຮ່ວມ ອັລ ນາສເຊີ ສະໂມສອນຂອງ ຊາອຸ ໂປຣ ລີກ ໃນສັນຍາຖາວອນ.
ກອງຫລັງຊາວບຣາຊິນ ເປັນໜຶ່ງໃນສອງນັກເຕະທີ່ບໍ່ມີຊື່ລາຍງານໂຕຝຶກຊ້ອມກັບ ຜີສາດແດງ. ໃນການກະສໍາລັບການອຸ່ນເຄື່ອງໃນສະຫະລັດກັບ ເອຣິກ ໄບຍີ່ ເນື່ອງຈາກກຳລັງຈະອຳລາທີມ.
ຈົນຫລ້າສຸດ ເຕເລສ ໄດ້ເປີດຕົວເປັນນັກເຕະຄົນໃໝ່ຂອງ ອັລ ນາສເຊີ ດ້ວຍຄ່າຕົວ 6 ລ້ານປອນ ແລະ ເຊັນສັນຍາ 2 ປີ ເຊິ່ງເຮັດໃຫ້ລາວຈະເປັນເພື່ອນຮ່ວມທີມຂອງ ຄຣິສເຕຍໂນ ໂຣນັລໂດ ອີກຄັ້ງ.
ສໍາລັບ ອາເລັກ ເຕເລສ ລະດູການທີ່ຜ່ານມາຖືກປ່ອຍໃຫ້ ເຊບີຢາ ຢືມຕົວ. ໂດຍລົງສະໜາມທັງໝົດ 38 ນັດ ແລະ ກາຍເປັນໜຶ່ງໃນການຄວ້າແຊ້ມ ຢູໂຣປາ ລີກ ເຊັ່ນດຽວກັນ, ສ່ວນຜົນງານກັບ ຜີສາດແດງ ໃນຊ່ວງປີ 2020-2022 ລົງຫລິ້ນທັງໝົດ 50 ນັດ ຍິງໄດ້ 1 ປະຕູ, ໂດຍ ຄວ້າຮອງແຊ້ມ ຢູໂຣປາ ລີກ ໃນປີ 2021.

