ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສານປະຊາຊົນແຂວງວຽງຈັນ ບໍ່ໃຫ້ຖືເບົາໃນວຽກບໍລິການ ແລະ ການຮັບຕ້ອນປະຊາຊົນທີ່ເຂົ້າມາສານ

 

ໃນໂອກາດທີ່ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ລົງຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານສານປະຊາຊົນແຂວງວຽງຈັນ ໃນວັນທີ 21 ກໍລະກົດ 2023 ຜ່ານມາ ທ່ານເນັ້ນໜັກໃຫ້ສານປະຊາຊົນແຂວງເອົາໃຈໃສ່ ໂດຍສະເພາະແມ່ນໃຫ້ ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານເວົ້າລວມ, ເວົ້າສະເພາະແມ່ນ ຜູ້ພິພາກສາຂອງສານປະຊາຊົນ ໃຫ້ຍົກສູງນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ, ຮັບໃຊ້ປະຊາຊົນ. ຕ້ອງໄດ້ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ສານປະຊາຊົນໃນຖານະເປັນອົງການຕຸລາການ ເຮັດໜ້າທີ່ພິພາກສາ ແລະ ຕັດສິນຄະດີ, ເປັນອົງການຫຼັກແຫຼ່ງໃນການປົກປ້ອງກົດໝາຍໃຫ້ສັກສິດ, ເພີ່ມທະວີນິຕິທໍາ, ກໍາຈັດ ແລະ ສະກັດກັ້ນການລະເມີດກົດໝາຍ. ການຄົ້ນຄວ້າ, ພິຈາລະນາຕັດສິນ, ພິພາກສາຄະດີໃຫ້ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ ໂດຍມີການກວດກາ, ເກັບກໍາຂໍ້ມູນຫຼັກຖານຂອງຂໍ້ຂັດແຍ່ງ ກໍຄືຄູ່ຄວາມໃຫ້ລະອຽດຈະແຈ້ງ, ມີການຄົ້ນຄວ້າວິເຄາະວິໄຈໃຫ້ເລິກເຊິ່ງຮອບຄອບ, ພາວະວິໄສ ແລະ ຮາກຖານໃຫ້ຫຼາຍ, ຮັບປະກັນຄວາມໂປ່ງໃສ ໃນທຸກຂັ້ນຕອນຂອງການດໍາເນີນຄະດີຢູ່ສານ ເພຶ່ອຮັກສາສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຂອງລັດ ແລະ ຂອງລວມໝູ່ ຮັບປະກັນຄວາມຍຸຕິທໍາ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕ້ອງເອົາໃຈໃສ່ພັດທະນາການຈັດຕັ້ງສານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຮັບປະກັນການກໍ່ສ້າງພັກ ໃຫ້ໄປຕາມກົດລະບຽບຂອງພັກ ໂດຍຖືຄຸນນະພາບເປັນກົກ, ເອົາໃຈໃສ່ຄຸ້ມຄອງ, ປ້ອງກັນພັກ ແລະ ວາງແຜນສ້າງບັນດາຮາກຖານພັກ ໃຫ້ໄປຕາມມາດຕະຖານໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ສືບຕໍ່ນໍາພາປັບປຸງແບບແຜນ ວິທີນໍາພາຂອງຄະນະໜ່ວຍພັກ, ການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍ ໃຫ້ຈະແຈ້ງ, ຂາດຕົວ. ເອົາໃຈໃສ່ສ້າງແຜນງົບປະມານລາຍຮັບ-ລາຍຈ່າຍ ຂອງສານປະຊາຊົນໃນແຂວງວຽງຈັນ ໃຫ້ສອດຄ່ອງກັບຫຼັກການງົບປະມານແຫ່ງລັດ; ສາມາດລວມສູນລາຍຮັບ-ລາຍຈ່າຍ ຜ່ານຫຼັກການສ້າງແຜນງົບປະມານ ໂດຍສະເພາະບ້ວງທີ່ຕິດພັນກັບການປະຕິບັດລັດຖະບັນຍັດ 002 ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມສານ ໄປຄຽງຄູ່ກັບວຽກງານບໍລິຫານຄະດີ, ວຽກງານຄຸ້ມຄອງບໍລິຫານສານ ກໍແມ່ນວຽກໜຶ່ງທີ່ສໍາຄັນ. ບໍ່ໃຫ້ຖືເບົາ ໂດຍສະເພາະວຽກບໍລິການປະຊາຊົນ, ຮັບຕ້ອນປະຊາຊົນທີ່ເຂົ້າມາສານ, ການຄຸ້ມຄອງພະນັກງານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ໃຫ້ມີການຕິດຕາມຢ່າງລະອຽດ ແລະ ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງຊັບສິນຂອງລັດ, ຕ້ອງເພີ່ມທະວີການພົວພັນ, ການປະສານສົມທົບ, ການປະຕິບັດລະບອບການລາຍງານຕາມໜ້າວຽກໃນຂອບເຂດຄວາມຮັບຜິດຊອບຂອງຕົນລະຫວ່າງສາຍຕັ້ງ-ສາຍຂວາງ ໃຫ້ກົມກຽວ, ທັນເວລາ, ຖືກຕ້ອງກັບຕົວຈິງ ບໍ່ວ່າຈະເປັນວຽກງານບໍລິຫານສານ ຫຼືວຽກງານວິຊາສະເພາະ. ນອກນັ້ນ ກໍໃຫ້ເອົາໃຈໃສ່ ໃນວຽກງານພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບບັນຫາອາຊະຍາກຳຂ້າມຊາດຕາມຊາຍແດນ, ບັນຫາການລັກລອບຂົນສົ່ງຢາເສບຕິດ, ການຄ້າມະນຸດ, ການເຄື່ອນຍ້າຍແຮງງານທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ບັນຫາອື່ນໆ.

#ຂ່າວພາຍໃນລາວພັດທະນາ #ປະທານສານປະຊາຊົນ #ເນັ້ນໜັກ #ສານປະຊາຊົນແຂວງວຽງຈັນ