ກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8          

ວັນທີ 20 ກໍລະກົດ 2023, ຄະນະຊີ້ນຳລວມຂອງກະຊວງ ປກສ ກ່ຽວກັບການກະກຽມຄວາມພ້ອມ ແລະ ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ເພື່ອທົບທວນ ແລະ ຕີລາຄາຄືນຄວາມຄືບໜ້າຂອງບັນດາອະນຸກຳມະການທີ່ກ່ຽວຂ້ອງ, ໂດຍການເປັນປະທານຂອງ ທ່ານ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ທັງເປັນຄະນະຮັບຜິດຊອບຊີ້ນຳລວມ ການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ພ້ອມດ້ວຍບັນດາຄະນະຂອງແຕ່ລະອະນຸກຳມະການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະການດຳເນີນກອງປະຊຸມ ບັນດາຄະນະຮັບຜິດຊອບຊີ້ນຳຂອງແຕ່ລະອະນຸກຳມະການ ໄດ້ລາຍງານສະພາບ ແລະ ຄວາມຄືບໜ້າຂອງການກະກຽມຄວາມພ້ອມ ຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບທີ່ໄດ້ຮັບມອບໝາຍເຊັ່ນ: ອະນຸກຳມະການດ້ານເນື້ອໃນ, ກອງເລຂາ, ເສດຖະກິດ, ພິທີການ, ປ້ອງກັນ ແລະ ໃກ້ສິດ, ສາທາລະນະສຸກ, ສິລະປະ, ສື່ມວນຊົນ ແລະ ອະນຸກໍາມະການຍ້ອງຍໍ ເພື່ອຮັບປະກັນໃຫ້ໄດ້ຕາມຄາດໝາຍ ຂອງການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ຄື: ຕ້ອງຮັບປະກັນໄດ້ການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ກໍຄືຂອງ ສປປ ລາວ ພ້ອມທັງໂຄສະນາເຜີຍແຜ່ແນວທາງອັນຖືກຕ້ອງຂອງພັກ-ລັດ; ຮັບປະກັນໃຫ້ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ມີຜົນສຳເລັດຕາມຄາດໝາຍ; ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ຂອງປະເທດສະມາຊິກອາຊຽນຂອງ ສປປ ລາວ ຕາມກົນໄກ ແລະ ລະບຽບການຂອງບັນດາປະເທດສະມາຊິກອາຊຽນ; ຮັບປະກັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ມີເອກະລັກສະເພາະ, ສ້າງຄວາມປະທັບໃຈໃຫ້ແກ່ຄະນະຜູ້ແທນປະເທດສະມາຊິກອາຊຽນ ຜ່ານການສະແດງອອກເປັນເຈົ້າພາບທີ່ດີ ເພື່ອສະແດງເຖິງຄວາມເຂັ້ມແຂງຂອງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ.

ໃນໂອກາດດັ່ງກ່າວ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະຊີ້ນໍາລວມແຕ່ລະອະນຸກໍາມະການ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ແລະ ກອງປະຊຸມປິ່ນອ້ອມ ມີຜົນສໍາເລັດຕາມຄາດໝາຍ ແລະ ມີຄວາມສະຫງົບ-ປອດໄພ.