7 ບັນຫາສຳຄັນທີ່ປະທານສະພາແຫ່ງຊາດ ເນັ້ນໜັກໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ

ໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ IV ໃນລະຫວ່າງວັນທີ 19-20 ກໍລະກົດ 2023, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນໜັກຫຼາຍບັນຫາເພື່ອໃຫ້ ທຫລ ສືບຕໍ່ຈັດຕັ້ງ ປະຕິບັດ ວຽກງານໃນຕໍ່ໜ້າຄື:
-ໃນສະພາບເງື່ອນໄຂທີ່ມີທັງຄວາມຫຍຸ້ງຍາກ,ມີທັງສິ່ງທ້າທາຍທົດສອບຫຼາຍປະການ ຊຶ່ງ ຄະນະບໍລິຫານ ງານພັກ ທຫລ ຕ້ອງພ້ອມກັນສືບຕໍ່ເອົາໃຈໃສ່ ຢ່າງໃກ້ຊິດຕິດແທດ, ນໍາພາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວ ພະນັກງານ-ສະມາຊິກພັກ ຂອງຕົນໃຫ້ເປັນປົກກະຕິຕໍ່ເນື່ອງ, ກຳແໜ້ນໄດ້ແນວທາງ, ນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງ ກໍຄືລະບຽບການພາຍໃນ ແລະ ຫຼັກການວິຊາສະເພາະຂອງທະນາຄານ ບົນພື້ນຖານເຫັນໄດ້ບັນຫາ, ເຫັນໄດ້ທີ່ຕັ້ງ, ພາລະບົດບາດ ແລະ ຄວາມຮັບຜິດຊອບການເມືອງອັນສູງສົ່ງທີ່ ພັກ-ລັດ ແລະ ປະຊາ ຊົນມອບໝາຍໃຫ້, ມີຄວາມທຸ່ນທ່ຽງຜ່ານຜ່າອຸປະສັກຕ່າງໆໃຫ້ໄດ້, ຮັບປະກັນຄຸນ ທາດ ການເມືອງໜັກແໜ້ນ,ນໍ້າໃຈຮັກຊາດ,ເສຍສະຫຼະເຫັນແກ່ຜົນປະໂຫຍດສ່ວນລວມເປັນທີ່ຕັ້ງ, ມີທັດສະນະຮັບໃຊ້ປະຊາຊົນຢ່າງຖືກຕ້ອງ,ຕີຖອຍແລະແກ້ໄຂບັນຫາການ ເສື່ອມຖອຍດ້ານ ແນວຄິດ,ປາກົດການຫຍໍ້ທໍ້,ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງໃນຖັນ ແຖວ ສະມາຊິກພັກ-ພະນັກງານໃຫ້ເຂັ້ມງວດ, ຂາດຕົວ ແລະ ທັນການ; ເອົາໃຈໃສ່ແກ້ໄຂແນວຄິດຈຸ້ມເຈື້ອ-ເຊື້ອສາຍ,ຄວາມບໍ່ໂປ່ງໃສ,ຍົກສູງສະຕິເຄົາລົບແລະປະຕິບັດກົດໝາຍ ລະບຽບການຂອງ ລັດໃນ ຖັນແຖວພະນັກງານການນຳ,ພະນັກງານ-ສະມາຊິກພັກຢູ່ແຕ່ລະ ຂັ້ນ;
– ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກໃຫ້ໜັກແໜ້ນ ໂດຍສະເພາະຄວາມເປັນເອກະພາບ-ຄວາມຕັດສິນໃຈໃນການປັບປຸງກົງຈັກ, ແກ້ໄຂບັນຫາ ພະນັກງານ, ເອົາໃຈໃສ່ປັບປຸງລະບົບການເມືອງໃຫ້ໜັກແໜ້ນ, ຍົກສູງບົດບາດການນຳພາ ຂອງຄະນະ ພັກ, ກໍ່ສ້າງ ແລະ ປັບປຸງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບ ການປັບປຸງອົງການຈັດຕັ້ງມະຫາຊົນ ໃຫ້ຮູ້ເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າ ທີ່ຂອງຕົນ ໂດຍສະເພາະແມ່ນການປະຕິບັດຂໍ້ແຂ່ງຂັນ ຂອງຕົນຕິດພັນຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງ ທຫລ ໃຫ້ສົມກັບເປັນແກນນໍາໃນລະບົບການ ເມືອງຢ່າງແທ້ຈິງ.
– ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກໃຫ້ຄ່ອງຕົວກວ່າເກົ່າ,ໃຫ້ມີການປະສົມປະ ສານລະຫວ່າງ ຫຼັກການລວມສູນປະຊາທິປະໄຕ ກັບຫຼັກການນໍາພາ ທີ່ແທດກັບສະ ພາບ ຈຸດພິເສດຕົວຈິງ ຂອງທະນາຄານ, ປັບປຸງການບໍລິຫານລັດ ໄປຕາມ ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີການຕິດຕາມ, ກວດກາ, ຊຸກຍູ້ຊີ້ນໍາການຈັດຕັ້ງປະຕິບັດ ແລະ ປະເມີນຜົນເປັນປະຈຳ. ປະຕິບັດລະບອບສ່ອງແສງລາຍງານ ໃນການເຄື່ອນໄຫວ ວຽກງານ ກໍຄືການແກ້ໄຂບັນຫາທີ່ເກີດຂຶ້ນຢູ່ແຕ່ລະຮາກຖານພັກ, ກົມກອງ ແລະ ໃນສັງຄົມໃຫ້ແທດເຖິງຕົວຈິງ ແລະ ທັນກັບສະພາບການ.
– ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງທຸກຂັ້ນໄປຕາມທິດກະທັດຮັດແລະມີປະສິດທິພາບ; ເພີ່ມທະວີວຽກງານບຳລຸງກໍ່ສ້າງພະນັກງານ ໂດຍສະເພາະພະນັກງານ ວິຊາການ ໃນ ແຕ່ລະຂົງເຂດ, ແຕ່ລະຕໍາແໜ່ງງານ ໃຫ້ສອດຄ່ອງກັບການ ເລັ່ງທວງຂອງ ສະພາບການໃນໄລຍະໃໝ່; ເອົາໃຈໃສ່ຄຸ້ມຄອງ-ນຳໃຊ້ພະນັກງານໃຫ້ດີ, ນໍາໃຊ້ໃຫ້ຖືກກັບ ວິຊາສະເພາະ, ຖືກກັບຄວາມຮູ້-ຄວາມສາມາດ, ຖືກກັບພອນສະຫວັນ ຂອງແຕ່ລະຄົນຢ່າງ ເໝາະສົມ, ຊຸກຍູ້ສົ່ງເສີມພະນັກງານຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຕັ້ງຕໍ່ບໍ ລິສຸດຕໍ່ພັກ-ລັດ ແລະ ປະຊາຊົນ, ມີນໍ້າໃຈເສຍສະຫຼະສູງ, ມີຈິດໃຈຮັບໃຊ້ປະເທດຊາດ ແລະ ປະຊາຊົນ, ຜ່ານການທົດສອບຈາກຂະບວນວຽກງານຕົວຈິງ, ມີຫົວຄິດປະດິດສ້າງ ແລະ ມີຜົນງານຜົນສຳເລັດໃນໜ້າທີ່ໆຖືກມອບໝາຍໃຫ້ ເພື່ອສ້າງເປັນຜູ້ສືບທອດປ່ຽນ ແທນທີ່ມີຄຸນນະພາບ.
– ສືບຕໍ່ເພີ່ມທະວີ ຄວາມເປັນເຈົ້າການຕິດຕາມ, ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງໃກ້ຊິດ ແລະ ເປັນປະຈຳ ເອົາໃຈໃສ່ວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ກໍຄືແກ້ໄຂຜົນຂອງການກວດສອບ, ຜົນຂອງການກວດກາໃຫ້ທັນກັບສະພາບການ, ເຂັ້ມງວດ ແລະ ຂາດຕົວ.
– ສືບຕໍ່ສຸມໃສ່ແກ້ໄຂບັນຫາ-ຂໍ້ຄົງຄ້າງຕ່າງໆໃນການປະຕິບັດວຽກງານວິຊາສະເພາະ ທີ່ໄດ້ຍົກຂຶ້ນໃນກອງປະຊຸມກາງສະໄໝ ຂອງຄະນະທະນາຄານ ໃນຄັ້ງນີ້ ເປັນຕົ້ນແມ່ນ: ວຽກງານນະໂຍບາຍເງິນຕາ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະຄວາມຜັນຜວນຂອງອັດຕາແລກປ່ຽນ, ເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ແລະ ຢູ່ໃນຈັງຫວະທີ່ໄວ ຊຶ່ງເຮັດໃຫ້ເງິນເຟີ້ເພີ່ມຂຶ້ນໃນລະດັບທີ່ສູງສຸດ ໃນຮອບ 2 ທົດສະວັດ, ພວກສະຫາຍ ຕ້ອງໄດ້ສົມທົບກັບກະຊວງ ປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເຂັ້ມງວດການປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ, ເຂັ້ມງວດໃນການຕິດຕາມ, ກວດກາ ແລະ ເດັດຂາດປະຕິບັດມາດຕະການ ຕໍ່ຜູ້ລະເມີດລະບຽບການ, ການແລກປ່ຽນຊະຊາຍ, ການເກັງກຳໄລ ແລະ ອື່ນໆ ຢ່າງເຂັ້ມງວດ, ເດັດຂາດ, ບໍ່ຍົກເວັ້ນ. ພ້ອມນັ້ນ, ໃຫ້ເພີ່ມທະວີປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງ ເພື່ອຮ່ວມກັນຄົ້ນຄວ້າ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ສອດຄ່ອງກົມກຽວກັນ ແລະ ເປັນລະບົບ ເພື່ອສ້າງພື້ນຖານໃຫ້ແກລະບົບເສດຖະກິດແຫ່ງຊາດ ມີຄວາມໜັກແໜ້ນ ແລະ ໃຫ້ໄດ້ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ໃນແຕ່ລະໄລຍະ ແລະ ແຜນງານ, ໂຄງການຂອງທະນາຄານວາງອອກ. ນອກຈາກນີ້ກໍມີວຽກງານອື່ນໆ ທີ່ປິ່ນອ້ອມໃນວຽກງານທະນາຄານ.
– ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ, ຍາດແຍ່ງດຶງດູດການຊ່ວຍເຫຼືອ, ຮ່ວມມື ແລະ ລົງທຶນ ຈາກບັນດາຄູ່ຮ່ວມພັດທະນາ, ບັນດາປະເທດເພື່ອນມິດ ກໍຄືອົງ ການຈັດຕັ້ງສາກົນ, ທຸກພາກສ່ວນທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ເພີ່ມ ຂຶ້ນຕິດພັນກັບການແກ້ໄຂບັນດາຂອດຂັ້ນການບໍລິການ, ສ້າງເງື່ອນໄຂເອື້ອ ອຳນວຍ ຄວາມສະດວກ ແລະ ນະໂຍບາຍຊຸກຍູ້ສົ່ງເສີມການດຶງດູດເອົາການລົງທຶນໃຫ້ແຂງແຮງ ແລະ ສືບຕໍ່ຍາດແຍ່ງການຊ່ວຍເຫຼືອດ້ານວິຊາການ ໃນຂອບສອງຝ່າຍ, ຫຼາຍຝ່າຍແນ່ໃສ່ ສ້າງກໍາລັງແຮງ ໃນການຈັດຕັ້ງປະຕິບັດຍຸດທະສາດພັດທະນາລະບົບສະຖາບັນການເງິນ ຂອງ ທຫລ ກໍຄື ນະໂຍບາຍເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຜົນສຳເລັດ.

