ລວມພົນນັກເຕະບາຊາ! ‘ໄມອາມີ’ ກຽມ ຄວ້າ ‘ອັລບາ’ ເສີມຄວາມແກ່ງທີມ

 

ຈໍດີ້ ອັລບາ ອະດີດກອງຫລັງຂອງ ບາເຊໂລນາ ໄດ້ຍ້າຍໄປຮ່ວມກັບອະດີດເພື່ອນຮ່ວມທີມ ລິໂອເນວ ເມສຊີ່ ແລະ ເຊີຈີໂອ ບຸສເກສ ແລ້ວ ໂດຍ ອິນເຕີ ໄມອາມີ່ ຢືນຢັນເປັນນັກເຕະໃໝ່ເປັນທີ່ຮຽບຮ້ອຍ.

ນັກເຕະອາຍຸ 34 ປີ ໄດ້ຍົກເລີກສັນຍາເຫລືອ 1 ປີ ຂອງລາວກັບແຄວ້ນກາຕາລັນ ຊ່ວງທ້າຍເດືອນພຶດສະພາ ສິ້ນສຸດການຮັບໃຊ້ສະໂມສອນເປັນເວລາ 11 ລະດູການ, ພ້ອມກັບການຄວ້າແຊ້ມຫລາກຫລາຍລາຍການກັບທີມ. ໂດຍຕົກເປັນຂ່າວກັບທີມຂອງ ເດວິດ ເບກແຮມ ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ກ່ອນຈະມີການປະກາດເປີດຕົວຢ່າງເປັນທາງການ. ລາຍລະອຽດຂອງສັນຍາວ່າ ​ຍັງ​ບໍ່​ທັນ​ໄດ້ມີການ​ເປີດ​ເຜີຍເທື່ອ.