ກະຊວງປ້ອງກັນຄວາມສະຫງົບ ສະຫລຸບການປະເມີນການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 563/ປກສ ວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງປືນ

ໃນວັນທີ 19 ກໍລະກົດ 2023, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມການປະເມີນການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 563/ປກສ ວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງປືນເສິກໃນຂອບເຂດທົ່ວປະເທດໃນໄລຍະຜ່ານມາ ແລະ ວາງທິດ ທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ຫົວໜ້າຄະນະຮັບຜິດຊອບຊີ້ນຳລວມ ກະ ຊວງ ປກສ ມີບັນດາຄະນະພັກ-ຄະນະບັນຊາກົມ-ກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.
ພັອ ລຳໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຫົວໜ້າອະນຸກຳມະການຮັບຜິດຊອບຈັດຕັ້ງປະຕິບັດຕົວຈິງ ກ່າວວ່າ: ເພື່ອຄວາມ ເປັນເອກະພາບໃນການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 563/ ປກສ ວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງປຶນເສິກໃນຂອບເຂດທົ່ວປະເທດໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ບັນດາກົມກອງອ້ອມຂ້າງກະຊວງ ປກສ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາກອງບັນຊາການ ປກສ ແຂວງ ໃນຂອບ ເຂດທົ່ວປະເທດ. ຄະນະພັກ-ຄະນະບັນຊາທຸກພາກສ່ວນ ໄດ້ເປັນເຈົ້າການໃນການກວດກາ, ຄຸ້ມຄອງການນຳໃຊ້ອາວຸດປືນເສິກໃຫ້ຖືກຕ້ອງຕາມລະບຽບຫຼັກການ, ພ້ອມທັງເອົາໃຈໃສ່ໂຄສະນາເຜີຍແຜ່ເຊື່ອມຊືມບັນດາເອກະສານຕ່າງໆໃຫ້ທົ່ວເຖິງນັບທັງສູນກາງ ແລະ ທ້ອງຖິ່ນ.
ນອກນັ້ນ, ແຕ່ລະອານຸກຳມະການຕ້ອງເປັນເຈົ້າການຕິດຕາມກວດກາການຈັດຕັ້ງປະຕິບັດຄຳສັ່ງ 563/ປກສ ໃນຂອບເຂດທົ່ວປະເທດໃຫ້ເຂັ້ມງວດ, ພ້ອມທັງປັບປຸງຂອດການປະສານສົມທົບລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ສະຫຼຸບສັງລວມລາຍງານເປັນແຕ່ລະໄລຍະ.
ໃນໂອກາດນີ້, ພົຕ ວັນທອງ ກອງມະນີ ໄດ້ຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະນຳ ແລະ ການຈັດຕັ້ງຂະແໜງການແຕ່ສູນກາງຮອດທ້ອງຖິ່ນ ເອົາໃຈໃສ່ໃນການຊີ້ນຳ-ນຳພາ, ຕິດຕາມກວດກາການຈັດຕັ້ງປະຕິບັດຄຳສັ່ງ 563/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍການຮີມໂຮມຂຶ້ນບັນຊີຄຸ້ມຄອງອາວຸດປຶນເສິກໃນຂອບເຂດທົ່ວປະ ເທດໃຫ້ເຂັ້ມງວດ, ໂດຍສະເພາະອາວຸດເສິກທີ່ບໍ່ມີທະບຽນຖືກຕ້ອງ, ເອກສານໝົດອາຍຸ ແລະ ການອອກບັດອະນຸຍາດທີ່ບໍ່ຖືກຕ້ອງຕາມລະບຽບຫຼັກການໃນການຄຸ້ມ ຄອງ ເພື່ອຄວາມເປັນລະບຽບຮຽບຮ້ອຍປ້ອງກັນກຸ່ມຄົນບໍ່ຫວັງດີເຄື່ອນໄຫວນຳໃຊ້ອາວຸດຜິດກົດໝາຍ ສ້າງຄວາມບໍ່ສະຫງົບໃນສັງຄົມ.
อาจเป็นรูปภาพของ 7 คน และ แท่นบรรยาย