ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແຂ້ໄຂບັນຫາຢາເສບຕິດ

ພັອ ສາລີ ພຸດທະວົງ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ລາຍງານ ຕໍ່ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2021 – 2023 ໃ ວັນທີ 19 ກໍລະກົດ 2023 ນີ້ວ່າ: ກະຊວງ ປກສ ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມ 6 ວຽກຈຸດສຸມໃນໄລຍະ ແຕ່ເດືອນ 7 ປີ 2021 ຫາ ເດືອນ 6 ປີ 2023 ໄດ້ສໍາເລັດວຽກງານການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ທົ່ວສັງຄົມໄດ້ຮັບຮູ້-ເຂົ້າໃຈຢ່າງທົ່ວເຖິງ ເປັນຕົ້ນໄດ້ຕິດຕັ້ງປ້າຍຄຳຂວັນ,ຈັດພິມປົດສະເຕີ້, ອອກສື່ໂຄສະນາສັ້ນ, ສ້າງບົດລະຄອນ, ສ້າງບົດເພັງ ໂຄສະນາຜ່ານທາງ ວິທະຍຸກະຈ່າຍສຽງ, ໂທລະພາບ, ໜັງສືພິມ ແລະ ວາລະສານ ຂອງກຳລັງປ້ອງກັນຄວາມສະຫງົບ, ສື່ທາງການ ແລະ ສື່ສັງຄົມອອນລາຍ, ໄດ້ຈັດພິທີຈູດທຳລາຍຢາເສບຕິດທີ່ສານທີ່ຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ໃນທົ່ວປະເທດ ແລະ ທ່ານຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ອ່ານສານຜ່ານສື່ມວນຊົນ ເນື່ອງໃນວັນແຫ່ງຊາດ ຕ້ານຢາເສບຕິດ ວັນທີ 12 ຕຸລາ ໃນແຕ່ລະປີ. ພ້ອມທັງຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດໄລຍະທີ 1ແລະ ທິດທາງແຜນການໄລຍະທີ 2 ຢູ່ບັນດາແຂວງໃນທົ່ວປະເທດສຳເລັດ.
ຜ່ານການຈັດຕັ້ງປະຕິບັດສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 9.516 ເລື່ອງ, ຈັບຜູ້ຖືກຫາໄດ້ 13.941 ຄົນ, ຍິງ 1.588 ຄົນ, ຄົນຕ່າງປະເທດ 283 ຄົນ, ຍິງ 17 ຄົນ; ຢຶດຢາບ້າໄດ້ 297.085.327 ເມັດ, ຢາບ້າເປັນຝຸ່ນ 59,52 ກິໂລກຣາມ ນໍ້າໜັກ 29.856,35 ກິໂລຼາມ, ຢາໄອສ໌ 7.193,38 ກິໂລກຣາມ, ເຮໂຣອິນ 507,12 ກິໂລກຣາມ, ຄັນຊາ 20.214,41 ກິໂລກຣາມ, ຢາຝິ່ນ 380,32 ກິໂລກຣາມ, ຢາອີ 5.689 ເມັດ ກັບ 20 ກິໂລກຣາມ (ຢາອີເປັນຝຸ່ນ 0,08 ກິໂລກຣາມ) ແປ້ງຝຸ່ນປະສົມຢາເສບຕິດ 51.153,62 ກິໂລກຣາມ, ເຄຕາມິນ 2.558,79 ກິໂລກຣາມ, ໂຄເຄນ 3 ກິໂລກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ນໍ້າກົດ 9.400 ລິດ, ຢຶດລົດໃຫຍ່ໄດ້ 321 ຄັນ, ລົດຈັກ 1.574 ຄັນ, ເຮືອ 5 ລຳ.
ສະເພາະເດືອນມັງກອນ 2023 ຫາ ປັດຈຸບັນ ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 2.241 ເລື່ອງ, ຈັບຜູ້ຖືກຫາໄດ້ 3.4452 ຄົນ, ຍິງ 410 ຄົນ, ຄົນຕ່າງປະເທດ 76 ຄົນ, ຍິງ 3 ຄົນ, ຢຶດຢາບ້າໄດ້ 45.931.979 ເມັດ ນ້ຳໜັກ 4.681,49 ກິໂລກຣາມ, ຢາໄອສ໌ 2.499,71 ກິໂລກຣາມ, ເຮໂຣອິນ 184,07 ກິໂລກຣາມ, ຄັນຊາ 4.009,2 ກິໂລກຣາມ, ຢາຝິ່ນ 125,35 ກິໂລກຣາມ, ຢາອີ 1.602 ເມັດ ກັບ 20 ກິໂລກຣາມ, ເຄຕາມິນ 625,41 ກິໂລກຣາມ, ແປ້ງຝຸ່ນປະສົມຢາເສບຕິດ 26.235,53 ກິໂລກຣາມ, ສານເຄມີຕົ້ນປະເພດທາດແຫຼວ ແລະ ກ້ອນ 61 ໂຕນ, ຢຶດລົດໃຫຍ່ໄດ້ 61 ຄັນ, ລົດຈັກ 228 ຄັນ, ເຮືອ 2 ລຳ.
ຈາກນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະຫຼຸບ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນກຳນົດແຜນການທ້າຍປີ 2023 ພ້ອມນີ້ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ເນັ້ນໜັກໃຫ້ອະນຸກຳມະການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຕາມຈຸດປະສົງ ລະດັບຄາດໝາຍ, ສືບຕໍ່ປະສານສົມທົບ ພົວພັນຮ່ວມມືກັບຂະແໜງການ, ອົງການທີ່ກ່ຽວຂ້ອງ ປະເທດເພື່ອນມິດຍຸດທະສາດໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອປາບປາມບັນຫາຢາເສບຕິດໃຫ້ໝົດໄປ.

