ກາຕາຮຽກຮ້ອງໃຫ້ເຈລະຈາ ເພື່ອຢຸດຕິວິກິດການອາຣັບ

ທ່ານ ​ເຊກ ທາ​ມິນ ບິນ ຮາ​ໝັດ ອັດ​ທານີ ​ເຈົ້າຄອງ​ລັດ​ກາ​ຕາ ຖະ​ແຫຼ​ງຮຽກຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ຈັດການ​ເຈລະຈາ​ໂດຍ​ບໍ່​ມີ​ເງື່ອນ​ໄຂ ​ເພື່ອຢຸດຕິ​ວິ​ກິດ​ຂັດ​ແຍ່ງ​ລະຫວ່າງ​ກາ​ຕາ​ກັບ​ກຸ່ມ​ປະ​ເທດ​ອາຣັບ. ຂະນະ​ທີ່​ປະທານາທິບໍດີ ​ໂດ​ນັນ ທຣຳ ຜູ້ນຳ​ອາ​ເມ​ລິ​ກາ ກ່າວ​ວ່າ: ບັນຫາ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ.

​ເຈົ້າຄອງ​ລັດ​ກາ​ຕາ ຖະ​ແຫຼ​ງ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ 193 ປະ​ເທດ​ວ່າ: ກາ​ຕາ​ຂໍ​ຮຽກຮ້ອງ​ໃຫ້​ຈັດການ​ເຈລະຈາ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ອີກ​ເທື່ອ​ໜຶ່ງ​ຕາມ​ຫຼັກການ​ເຄົາລົບ​ອະທິປະ​ໄຕ​ຂອງ​ປະ​ເທດ. ກ່ອນ​ໜ້າ​ນີ້ ອາຣັບບີ ຊາ​ອຸ​ດິດ, ສະຫະ​ນະຄອນ ​ອາ​ເມຣັດ ​ເອມິ​ເຣດ (UAE), ​ເອຢິບ ​ແລະ ບາ​ເຣນ ປະກາດ​ຕັດ​ການ​ພົວພັນ​ທາງ​ການ​ທູດ ​ແລະ ການ​ຄ້າ​ກັບກາ​ຕາ​ໃນ​ວັນ​ທີ 5 ມິຖຸນາ ລວມທັງ​ຢຸດ​ເສັ້ນທາງ​ຕິດ​ຕໍ່​ທາງ​ອາກາດ ​ແລະ ການ​ຂົນ​ສົ່ງ​ກັບກາ​ຕາ ​ເຊິ່ງ​ເປັນ​ທີ່​ຕັ້ງຖານ​ທັບ​ທະຫານ​ແຫ່ງ​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກພື້ນດັ່ງກ່າວ. ນອກຈາກ​ນີ້ ຜູ້ນຳ​ອາ​ເມ​ລິ​ກາ ​ແລະ ກາ​ຕາ ຍັງ​ໄດ້​ຫາລື​ກັນ​ໃນ​ເວລາ​ຕໍ່​ມາ ​ເຊິ່ງ​ເຈົ້າຄອງ​ລັດ​ກາ​ຕາ​ໄດ້​ເນັ້ນ​ເຖິງ​ການ​ພົວພັນ​ທີ່​ໝັ້ນ​ແກ່ນ​ລະຫວ່າງ​ກາ​ຕາ​ກັບ​ອາ​ເມ​ລິ​ກາ ພາຍຫລັງ​ປະທານາທິບໍດີ ທຣຳ ມີ​ທ່າ​ທີ​ໂອນ​ອ່ຽງ​ໄປ​ທາງ​ອາຣັບບີ ຊາ​ອຸ​ດິດ ຫຼາຍ​ກວ່າ.