ແຂວງສະຫວັນນະເຂດ ແຈ້ງການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ຖ້າວິສາຫະກິດໃດທີ່ບໍ່ໄດ້ລົງທະບຽນຈະບໍ່ສາມາດດໍາເນີນການນໍາເຂົ້າ ແລະ ສົ່ງອອກສິນຄ້າໄດ້

ວັນທີ 17 ກໍລະກົດ 2023 ນີ້, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ແຈ້ງການເລື່ອງ: ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ໄປລົງທະບຽນ ເພື່ອເປັນຂໍ້ມູນໃຫ້ແກ່ການຄຸ້ມຄອງ, ຕິດຕາມການເຄື່ອນໄຫວ ແລະ ການຊໍາລະ/ຮັບເງິນຕາຈາກຕ່າງປະເທດ ຈາກການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງວິສາຫະກິດທີ່ດໍາເນີນກິດຈະການນໍາເຂົ້າ-ສົ່ງອອກສິນຄ້າພາຍໃນແຂວງ ໃຫ້ສອດຄ່ອງກັບລະບຽບກົດໝາຍ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຈຶ່ງອອກແຈ້ງການ ດັ່ງນີ້: .
- ໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຂວງ ແຈ້ງໃຫ້ບັນດາສະມາຄົມທີ່ຂຶ້ນກັບສະພາການຄ້າ ແລະ ອຸດສາຫະກໍາໄດ້ຮັບຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການ ຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1224/ຫອຄ, ວັນທີ 9 ມີຖຸນາ 2023 ກ່ຽວກັບການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ເຊິ່ງມີລາຍລະອຽດບັນດາລາຍການສິນຄ້າທີ່ຕ້ອງລົງທະບຽນຄັດຕິດມາພ້ອມ
- ໃຫ້ວິສາຫະກິດທີ່ດໍາເນີນກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະກອບເອກະສານແຈ້ງລົງທະບຽນຕໍ່ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍກົງ ຫຼື ສົ່ງຜ່ານອີເມວ imexdiv @laomoic.org ຫຼື ຕິດຕໍ່ພົວພັນກັບພະນັກງານຜູ້ຮັບຜິດຊອບ ໂທລະສັບ: 020 9699 6565 ຫຼື 020 5551 0038 ໃຫ້ສໍາເລັດກ່ອນວັນທີ 31 ສິງຫາ 2023;
- ວິສາຫະກິດໃດທີ່ບໍ່ໄດ້ລົງທະບຽນນໍາກົມການນໍາເຂົ້າ ແລະ ສົ່ງອອກ ຈະບໍ່ສາມາດດໍາເນີນການນໍາເຂົ້າ ແລະ ສົ່ງອອກສິນຄ້າໄດ້;
- ວິສາຫະກິດທີ່ສໍາເລັດການລົງທະບຽນແລ້ວ ຕ້ອງໄດ້ແຈ້ງຕໍ່ທະນາຄານແຫ່ງ ສປປ ລາວ ກ່ຽວກັບເລກບັນຊີ ເງິນຝາກທັງໝົດ ທີ່ໄດ້ເປີດໄວ້ກັບທະນາຄານທຸລະກິດ ເພື່ອຂໍໜັງສືຢັ້ງຢືນໄປແຈ້ງຕໍ່ທະນາຄານທຸລະກິດໃຫ້ເຫັນບັນຊີເງິນຝາກທີ່ກໍາລັງນໍາໃຊ້ຢູ່ນັ້ນ ເປັນບັນຊີເງິນຝາກສະເພາະກ່ຽວກັບການນໍາເຂົ້າ ແລະ ສົ່ງອອກ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການນີ້ດ້ວຍ.

