ປກສ ເມືອງແອດ ກັກຕົວຜູ້ລັກລອບຄ້າຂາຍສິ່ງເສບ 1 ຄົນ ມາດຳເນີນຄະດີ ພ້ອມຂອງກາງ

ເວລາ 17:00 ໂມງ ຂອງວັນທີ 13 ກໍລະກົດ 2023, ເຈົ້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ໄດ້ອອກກວດກາຕິດຕາມເປົ້າໝາຍຕາມເສັ້ນທາງລະຫວ່າງບ້ານນາເຊົ້າ-ບ້ານຫ້ວຍຊາຍ ເມືອງແອດ ພົບເຫັນເປົ້າໝາຍຂັບຂີ່ລົດຈັກ ບໍ່ມີປ້າຍທະບຽນ; ພວມມຸ່ງໜ້າມາແຕ່ບ້ານຫ້ວຍຊາຍ ພໍມາຮອດດ່ານນາເຊົ້າ ເຈົ້າໜ້າທີ່ໄດ້ລັດລົດຂໍກວດກາຕາມລະບຽບການ ແລ້ວພົບເຫັນຂອງກາງ ຢາເສບຕິດ ປະເພດຢາບ້າ 24 ເມັດ; ເຮໂລອິນ 1 ຫໍ່ ຢູ່ນໍາຖົງໂສ້ງຂອງທ້າວ ອອດ; ອາຍຸ 37 ປີ ອາຊີບປະຊາຊົນ ຢູ່ບ້ານນາໄກ່ ເມືອງແອດ ແຂວງຫົວພັນ.
ຮອດເວລາ 21:00 ໂມງ ເຈົ້າໜ້າທີ່ໄດ້ນໍາກໍາລັງໄປກວດຖຽງສະນໍາ ຜູ້ກ່ຽວ ຈຶ່ງພົບເຫັນຢາບ້າ 1 ຖົງ 115 ເມັດ ຝັງດິນໄວ້ຫ່າງຈາກຖຽງສະນໍາ ປະມານ 6 ແມັດ. ເຊິ່ງເຄື່ອງຂອງກາງຢຶດໄດ້ໃນຄັ້ງນີ້: ມີຢາບ້າ ຈໍານວນ 139 ເມັດ, ເຮໂຣອິນ 1 ຫໍ່, ໂທລະສັບ 1 ເຄື່ອງ, ໂມງ 1 ໜ່ວຍ, ລົດຈັກປະເພດລົດອິນ 1 ຄັນ.
ດັ່ງນັ້ນເຈົ້າໜ້າທີ່ຈຶ່ງນຳຕົວຜູ້ກ່ຽວພ້ອມຂອງກາງມາສືບສວນ-ສອບສວນ ຫາກຸ່ມແກ້ງຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

