
ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການ ສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ໃຫ້ກຽດໂອ້ລົມຕໍ່ ກອງປະຊຸມຄົບຄະນະກາງສະໄໝ ຂອງອົງຄະນະພັກສານປະຊາຊົນສູງສະໄໝ IV ໃນວັນທີ 14 ກໍລະກົດ 2023 ຄຽງຄູ່ກັບຜົນງານທີ່ພວກສະຫາຍຍາດມາໄດ້ນັ້ນ ພວກສະຫາຍກໍໄດ້ຕີລາຄາ ແລະ ຍອມຮັບຈຸດອ່ອນຂໍ້ບົກຜ່ອງຢ່າງພາວະວິໄສ ທີ່ຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າດັ່ງນີ້:
ບັນດາສະຫາຍ ຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ສໍາຫຼວດກວດກາຄືນຕົນເອງ ອັນໃດມີຈິງ, ອັນໃດບໍ່ມີ ເພື່ອເປັນເຈົ້າການປັບປຸງແກ້ໄຂໃຫ້ຕົກໄປ ໂດຍມີການໄຈ້ແຍກໃຫ້ຈະແຈ້ງວ່າ: ອັນໃດເປັນຄວາມຮັບຜິດຊອບລວມເປັນໝູ່ຄະນະ ຈະສຸມໃສ່ແກ້ໄຂແນວໃດ, ອັນໃດແມ່ນ ຄວາມຮັບຜິດຊອບການເມືອງ ແລະ ບັນຫາສ່ວນຕົວ ຂອງແຕ່ລະສະຫາຍ ຕ້ອງປັບປຸງແກ້ໄຂ (ປຽນແປງ) ໃຫ້ໄດ້.
ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບ ຕໍ່ຜົນຂອງການທາບທາມກໍຄື ການປະກອບຄໍາຄິດຄໍາເຫັນ ຕໍາໜິສົ່ງຂ່າວ ຈາກພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມທາບທາມນັ້ນ ຖືວ່າອັນນັ້ນ ແມ່ນການສະແດງເຖິງຄວາມເປັນຫ່ວງເປັນໃຍ ຕໍ່ການນໍາພາລວມ ຂອງຄະນະພັກ ແລະ ແຕ່ລະສະຫາຍ ໃນຄະນະພັກ, ທັງແມ່ນການປະຕິບັດຫຼັກການ ໃຫ້ຂັ້ນລຸ່ມຕໍາໜິສົ່ງຂ່າວ ແລະ ປະກອບຄໍາເຫັນ ຕໍ່ຂັ້ນເທິງ ແລະ ຫຼັກການ ໃຫ້ມະຫາຊົນເຂົ້າຮ່ວມການປັບປຸງກໍ່ສ້າງພັກ ຊຶ່ງມີທັງການປັບປຸງກໍ່ສ້າງລວມໝູ່ຄະນະພັກ ແລະ ບຸກຄົນໃນຄະນະພັກ; ການປະກອບຄໍາເຫັນດັ່ງກ່າວ ແມ່ນຄວາມມຸ່ງຫວັງ ຂອງສະມາຊິກພັກ ທີ່ເປັນພະນັກງານຫຼັກແຫຼ່ງ ທີ່ຫວັງຢາກຮັກສາບົດບາດ ແລະ ຄວາມສາມາດນໍາພາ ຂອງຄະນະພັກ ແລະ ຂອງແຕ່ ລະສະຫາຍໃນຄະນະພັກ ເພື່ອໃຫ້ບັນດາສະຫາຍ ສືບຕໍ່ເປັນຫຼັກແຫຼ່ງ-ເປັນແບບຢ່າງ, ເປັນແວ່ນແຍງທີ່ໄສແຈ້ງ ຂອງທົ່ວອົງຄະນະພັກ ຂອງພວກເຮົາ.
ໃຫ້ບັນດາສະຫາຍ ນໍາເອົາຄວາມຄິດຄວາມເຫັນ ທີ່ໝູ່ຄະນະ ແລະ ພະນັກງານ ຫຼັກແຫຼ່ງ ທີ່ເຂົ້າຮ່ວມການທາບທາມຄວາມໄວ້ວາງໃຈ ໄດ້ປະກອບຕໍ່ການນໍາພາລວມ ແລະ ຕໍ່ແຕ່ລະສະຫາຍນັ້ນ ໄປຄົ້ນຄວ້າປັບປຸງບົດນໍາພາລວມຂອງຄະນະພັກ ໃຫ້ເລິກເຊິ່ງຕື່ມ, ສໍາຫຼັບການປະກອບຄໍາເຫັນຕໍ່ແຕ່ລະສະຫາຍນັ້ນ ກໍໃຫ້ບັນດາສະຫາຍ ເອົາໄປປັບປຸງແກ້ໄຂ ອັນໃດບໍ່ຖືກ ຫຼືບໍ່ມີຄວາມຈິງ ກໍເອົາເປັນບົດຮຽນ-ເປັນການເຕືອນ ໃຫ້ມີສະຕິເພື່ອຫຼີກເວັ້ນ ບໍ່ໃຫ້ເກີດຂຶ້ນກັບຕົນເອງໃນຕໍ່ໜ້າ.
ພາຍຫຼັງການດໍາເນີນຊີວິດການເມືອງເທື່ອນີ້ ໃຫ້ບັນດາສະຫາຍ ສືບຕໍ່ປັບປຸງການ ນໍາພາ ຂອງຄະນະພັກ ໃຫ້ມີວິທະຍາສາດ-ແທດເຖິງ ກັບຕົວຈິງຫຼາຍກວ່າເກົ່າ, ນໍາພາຢາງມີ ຈຸດສຸມ, ແກ້ໄຂບັນຫາຕ່າງໆ ໃຫ້ໄວທັນການ, ເຖິງລະດັບ ແລະ ມີຜົນສໍາເລັດຢາງຂາດຕົວ; ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ໃຫ້ຖືກຕ້ອງຕາມຫຼັກການນໍາພາຂອງພັກ, ທຸກບັນຫາທີ່ໄດ້ວາງອອກ ແລະ ຈັດຕັ້ງນໍາພາປະຕິບັດ ຕ້ອງມີການຕິດຕາມ-ກວດກາ, ຊຸກຍູ້ ແລະ ປະເມີນຜົນເປັນປົກກະຕິເພື່ອເຫັນໄດ້ອັນທີ່ເຮັດສໍາເລັດ ແລະ ຄົງຄ້າງ ເພື່ອປັບປຸງແກ້ ໄຂໃຫ້ທັນເວລາ.
ຕ້ອງສືບຕໍ່ປັບປຸງ ແລະ ເພິ່ມທະວີຄວາມສາມັກຄີພາຍໃນຄະນພັກ, ຄະນະປະຈໍາພັກ ໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ, ເປັນໃຈກາງນໍາພາເຕົ້າໂຮມຄວາມສາມັກຄີ ໃນຖັນແຖວສະມາຊິກ, ພະນັກງານ-ລັດຖະກອນ ໃນທົ່ວອົງຄະນະພັກຂອງພວກເຮົາ ໃຫ້ ເປັນປຶກແຜ່ນແໝ້ນໝາຍິ່ງຂຶ້ນ; ຄະນະປະຈໍາພັກ ຕ້ອງເປັນແບບຢ່າງນໍາໜ້າກວ່າໝູ່, ເປັນ ຫຼັກແຫຼ່ງທີ່ແຂງແກ່ນ ເພື່ອນໍາພາ ທົ່ວອົງຄະນະພັກ ສູ້ຊົນປະຕິບັດບັນດາຄາດໝາຍທີ່ກໍານົດ ໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ໃຫ້ບັນລຸຕາມຄາດ ທີ່ວາງໄວ້.