ການເສຍພາສີທີ່ດິນຕ້ອງບໍ່ກາຍ 31 ທັນວາ 2023 ຫາກກາຍກຳນົດຈະຖືກປັບໃໝແຕ່ 10-50% ຂອງຈຳນວນ

ວັນທີ 10 ກໍລະກົດ 2023 ນີ້ ຫ້ອງການ ກະຊວງການອອກແຈ້ງການ ເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງຕອນດິນ ຫຼື ນໍາໃຊ້ຕອນດິນ ໃນຂອບເຂດທົ່ວປະເທດ ດັ່ງນີ້:

  1. ໃນປີ 2023 ໄລຍະເວລາຂອງການເສຍຄ່າພາສີທີ່ດິນ ແມ່ນຈະສິ້ນສຸດໃນວັນທີ 31 ທັນວາ 2023 ຊຶ່ງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ເປັນເຈົ້າຂອງຕອນດິນ ຫຼື ນໍາໃຊ້ຕອນດິນ ໃນຂອບເຂດທົ່ວປະເທດ ມີພັນທະເສຍຄ່າພາສີ ທີ່ດີນ ປະຈໍາປີ, ຖ້າບໍ່ຊໍາລະຕາມໄລຍະເວລາດັ່ງກ່າວຈະຖືກປັບໃໝ ເປັນແຕ່ລະກໍລະນີທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ຂອງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 01/ສປປ, ລົງວັນທີ 08 ພຶດສະພາ 2007 ວ່າດ້ວຍພາສີທີ່ດິນ; 2. ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ເປັນເຈົ້າຂອງຕອນດິນ ຫຼື ນໍາໃຊ້ຕອນດິນ ຢູ່ ສປປ ລາວ ສາມາດຊໍາລະດ້ວຍ 02 ຮູບແບບຄື: ຊໍາລະຜ່ານລະບົບທະນາຄານ ໂດຍນໍາໃຊ້ ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນໂຄງການ ແລະ ຊໍາລະຜ່ານປ່ອງບໍລິການຂອງຫ້ອງການສ່ວຍສາອາກອນປະຈໍານະຄອນ, ເມືອງ, ເທດສະບານ ແລະ ຫ້ອງການປົກຄອງບ້ານ ບ່ອນຕອນດິນຕັ້ງຢູ່;

ການຊໍາລະຜ່ານລະບົບແອັບພິເຄຊັນ ຂອງບັນດາທະນາຄານ ດັ່ງກ່າວ: ຜູ້ຊໍາລະຕ້ອງມີບັນຊີເງິນຝາກຢູ່ໃນທະນາຄານ ດາວໂຫຼດແອັບພິເຄຊັນຂອງທະນາຄານ ທີ່ຕົນເອງມີເງິນຝາກ, ດໍາເນີນການຊໍາລະຜ່ານ ແອັບພິເຄຊັນດັ່ງກ່າວ ຕາມຂັ້ນ ຕອນທີ່ໄດ້ກໍານົດໄວ້.

  1. ມອບໃຫ້ກົມສ່ວຍສາອາກອນ ອອກຄໍາແນະນໍາ ລະອຽດ ໃນການຈັດຕັ້ງປະຕິບັດ ການຈັດເກັບຄ່າພາສີທີ່ດິນໃນປີ 2023, ການປ້ອນຖານຂໍ້ມູນທີ່ດິນລົງໃນລະບົບ TaxRIS ແລະ ຈັດຕັ້ງເຜີຍແຜ່ແນະນໍາ ພ້ອມທັງ ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ໃຫ້ທັນຕາມສະພາບການ;
  2. ມອບໃຫ້ພະແນກການເງິນ, ສ່ວຍສາອາກອນ ປະຈໍານະຄອນຫລວງ, ແຂວງ; ນະຄອນ, ເມືອງ ແລະເທດສະບານ ປະສານສົມທົບກັບ ອໍານາດການປົກຄອງທ້ອງຖິ່ນ ແລະທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້, ເຜີຍແຜ່ ການຈັດຕັ້ງ ປະຕິບັດການເສຍຄ່າພາສີທີ່ດິນ ປະຈໍາປີ 2023 ໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ ຮັບປະກັນການເກັບລາຍຮັບດັ່ງກ່າວ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ;

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.