ສາມາດເກັບລາຍຮັບຄ່າທຳນຽມທາງ ແບບເອເລັກໂຕຣນິກ​ ໄດ້​ 68,8 ຕື້ກີບ,​ ຈໍານວນພາຫະນະ 372.159 ຄັນ

ວັນທີ 11​ ກໍລະກົດ​ 2023​ ຜ່ານມານີ້ ທ່ານ ບຸນປະເສີດ ສີກຸນລະບຸດ, ຫົວໜ້າກົມສ່ວຍສາ​ອາກອນໃຫ້ຮູ້ວ່າ: ແຕ່ເດືອນ ມິຖຸນາ 2022 ເປັນຕົ້ນມາ ໃນການພັດທະນາລະບົບ ແລະ ປັດຈຸບັນ ໄດ້ສຳເລັດການຜັນຂະຫຍາຍ ລະບົບຄຸ້ມຄອງການເກັບລາຍຮັບຄ່າທຳນຽມທາງ ແບບເອເລັກໂຕຣນິກ ສ່ວຍສາອາກອນປະຈຳ 18 ແຂວງ, ສ່ວຍສາອາກອນ 148 ເມືອງ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໃນຂອບເຂດທົ່ວເທດ ແລະ ພ້ອມທັງຊຳລະຜ່ານລະບົບຂອງທະນາຄານທຸລະກິດ ໂດຍຜ່ານລະບົບ FinLink.

ຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບຄ່າທໍານຽມທາງຮອດປະຈຸບັນ​ ແມ່ນສາມາດຈັດເກັບຄ່າທໍານຽມທາງໄດ້ປະມານ 68,8 ຕື້ກີບ, ຈໍານວນພາຫະນະ 372,159 ຄັນ, ທຽບໃສ່ແຜນການປີ 2023 ໄດ້ 55%, ທຽບໃສ່ປີຜ່ານມາແມ່ນ 41.6% ຂອງປີ 2022.