ບໍ່ມີການໂຫວ ເອຣິກ ເທນຮາກ ເຜີຍວ່າ ຕົນຈະເປັນຄົນເລືອກກັບຕັນທີມເອງ

ເອຣິກ ເທນຮາກ ຄູຝຶກຂອງແມນເຊັສເຕີ ຢູໄນເຕັດ ປະກາດວ່າລາວຈະເປັນຄົນເລືອກເອົາກັບຕັນທີມເອງ. ພ້ອມເປີດໂອກາດ ດີນ ເຮນເດີສັນ ຈະເປັນມືໜ່ຶ່ງຂອງທີມໃນກໍລະນີພາດຄວ້າໂຕ ອັງເດຣ ໂອນານາ.

ປະຈຸບັນເປັນ ແຮຣີ ແມັກໄກວ ຄືເຈົ້າຂອງປອກແຂນກັບຕັນທີມຂອງ ແມນເຊັສເຕີ ຢູໄນເຕັດ, ແຕ່ຊ່ວງທີ່ຜ່ານມາເຂົາບໍ່ໄດ້ລົງຫລິ້ນຫລາຍເທົ່າທີ່ຄວນ ສົ່ງຜົນໃຫ້ ບຣູໂນ້ ເປັກັບຕັນທີມແມນເມື່ອຮອດວັນລົງແຂ່ງ ເຊິ່ງກ່ອນໜ້ານີ້ມີຂ່າວອອກມາວ່າ ແມັກໄກວ ຈະຖືກປົດອອກຈາກການເປັນກັບຕັນທີມເບີ 1 ແບບຖາວອນ.

ເມື່ອຖືກຖາມວ່າລາວຈະປ່ອຍໃຫ້ນັກເຕະໄດ້ລົງຄະແນນສຽງວ່າໃຜຈະເປັນກັບຕັນໃນລະດູການໃຫມ່ຫລືບໍ່?, ເອຣິກ ເທນຮາກ ຕອບວ່າ: “ບໍ່, ຂ້ອຍຈະບໍ່ປ່ອຍໃຫ້ຄົນໃນຫ້ອງແຕ່ງໂຕລົງຄະແນນສຽງກ່ຽວກັບເລື່ອງນີ້. ມັນຈະຂຶ້ນຢູ່ກັບຂ້ອຍເອງ.