ກົດໝາຍວ່າດ້ວຍສານທະຫານ ສະບັບປັບປຸງ ຈະຊ່ວຍໃຫ້ການພິຈາລະນາຕັດສິນ ແລະ ພິພາກສາຄະດີ ມີຄວາມຖືກຕ້ອງ, ໂປ່ງໄສ, ຍຸຕິທຳ

ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຕອນບ່າຍວັນທີ 12 ກໍລະກົດ 2023, ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍສານທະຫານ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ, ປະກອບຄຳຄິດເຫັນໃສ່ ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.
ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ຮ່າງກົດໝາຍ ວ່າດ້ວຍສານທະຫານ ສະບັບປັບປຸງ ປະກອບມີ IX ພາກ, 5 ໝວດ, 68 ມາດຕາ. ໃນນີ້, ຮັກສາໄວ້ 15 ມາດຕາ, ເພີ່ມໃໝ່ 8 ມາດຕາ, ປັບປຸງ 45 ມາດຕາ. ໃນຂະນະທີ່ກົດໝາຍວ່າດ້ວຍສານທະຫານ ສະບັບທຳອິດຖືກຮັບຮອງ ແລະ ປະກາດໃຊ້ໃນຕົ້ນປີ 2014 ເຊິ່ງປະກອບມີ IX ພາກ, 5 ໝວດ, 58 ມາດຕາ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 9 ປີ ຜ່ານມາ, ເຫັນວ່າ ຍັງມີຫລາຍບັນຫາທີ່ຈະຕ້ອງໄດ້ປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງກັບການຂະຫຍາຍຕົວຂອງກອງທັບປະຊາຊົນລາວ. ສະນັ້ນ, ກະຊວງປ້ອງກັນປະ ເທດຈຶ່ງໄດ້ຄົ້ນຄວ້າ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານສານທະຫານ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດເພື່ອນມິດຍຸດທະສາດ ເພື່ອນໍາມາເປັນຂໍ້ມູນ ໃນການປັບປຸງກົດໝາຍສະບັບນີ້.
ສຳລັບເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍສະບັບນີ້ ເພື່ອໃຫ້ສອດຄ່ອງກັບແນວທາງຂອງພັກໃນໄລຍະໃໝ່, ລັດຖະທຳມະນູນ, ກົດໝາຍອື່ນທີ່ກ່ຽວຂ້ອງ ແລະ ສອດຄ່ອງ ກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ແລະ ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍອົງການໄອຍະການທະຫານ (ສະບັບປັບປຸງ) ແລະ ກົດໝາຍອື່ນກ່ຽວຂ້ອງ ເປັນຕົ້ນ ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ, ກົດໝາຍ ວ່າດ້ວຍຜູ້ພິພາກສາ, ກົດໝາຍ ວ່າດ້ວຍການປ້ອງກັນຊາດ, ກົດໝາຍ ວ່າດ້ວຍນາຍທະຫານ.
ພາຍຫລັງ, ຮ່າງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ, ຄາດວ່າຈະເປັນບ່ອນອີງທີ່ສໍາຄັນໃນການເຄື່ອນໄຫວວຽກງານຂອງສານທະຫານ ເຮັດໃຫ້ການພິຈາ ລະນາຕັດສິນ ແລະ ພິພາກສາຄະດີ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່, ລັດຖະທຳມະນູນ ແລະ ກົດໝາຍອື່ນທີ່ໄດ້ປັບປຸງ, ທັງເຮັດໃຫ້ກົດໝາຍ ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງກອງທັບ, ເສດຖະກິດ-ສັງຄົມ.

