ລາວ-ຍີ່ປຸ່ນ ສ້າງລະບົບພັດທະນາວິຊາຊີບແບບຕໍ່ເນື່ອງສຳລັບພະຍາບານ ແລະ ຜະດຸງຄັນ ເພື່ອຍົກສູງຄຸນນະພາບການບໍລິການແມ່ ແລະ ເດັກ ເກີດໃໝ່

ວັນທີ 10 ກໍລະກົດ 2023, ກະຊວງສາທາລະນະສຸກ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ລົງນາມໃນບົດບັນທຶກໂຄງການສ້າງລະບົບພັດທະນາວິຊາຊີບແບບຕໍ່ ເນື່ອງສຳລັບພະຍາບານ ແລະ ຜະດຸງຄັນ ຮ່ວມກັນ, ລະຫວ່າງ ທ່ານ ຄຳປະສົງ ເທບປັນຍາ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ທ່ານ Mr Toshio NAGASE ຫົວໜ້າອົງການ JICA ປະຈຳ ສປປ ລາວ.

ກະຊວງສາທາລະນະສຸກໄດ້ຮັບການຮ່ວມມືຊ່ວຍເຫລືອຈາກອົງການ JICA ດ້ານພັດທະນາຊັບພະຍາກອນມະນຸດທີ່ເນັ້ນໃສ່ການພັດທະນາສຳລັບວຽກງານພະຍາບານ ແລະ ພະດຸງຄັນ ໃຫ້ມີຄຸນນະພາບ, ອົງການດັ່ງກ່າວໄດ້ເລີ່ມຊ່ວຍເຫລືອລາວແຕ່ ປີ 2005 ເຖິງປັດຈຸບັນ. ໄລຍະທີ 1 ແຕ່ປີ 2005-2010 ແມ່ນໂຄງການພັດທະນາຊັບພະຍາກອນມະນຸດສຳລັບພະຍາບານ ແລະ ຜະດຸງຄັນ, ໄລຍະທີ 2 ແຕ່ປີ 2012-2015 ແມ່ນໂຄງການພັດທະນາບຸກຄະລາກອນວິຊາຊີບປິ່ນປົວແບບຍືນຍົງ ເພື່ອຍົກສູງຄຸນນະພາບການບໍລິການແມ່ເດັກເກີດໃໝ່ ແລະ ເດັກ ນ້ອຍ, ໄລຍະທີ 3 ປີ 2018-2023 ໂຄງການພັດທະນາ ແລະ ຮັບປະກັນຄຸນ ນະພາບວິຊາຊີບປິ່ນປົວແບບຍືນຍົງ.

ສຳລັບໄລຍະທີ 4 ນີ້ແຕ່ປີ 2024-2026 ແມ່ນກຳລັງກະກຽມໂຄງການ ໂຄງການພັດທະນາລະບົບວິຊາຊີບຕໍ່ເນື່ອງໃຫ້ແກ່ພະຍາບານຜະດຸງຄັນເຊິ່ງໄລຍະນີ້ລະບົບວິຊາຊີບຕໍ່ເນື່ອງແມ່ນວຽກງານທີ່ຈຳເປັນເພື່ອການຕໍ່ທະບຽນ ຫລື ຕໍ່ອາຍຸໃບປະກອບວິຊາຊີບ ແລະ ຈຳເປັນຕ້ອງໄດ້ດຳເນີນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ໃນໂຄງການນີ້ ແມ່ນຈະໄດ້ພັດທະນາສະເພາະພະຍາບານ ແລະ ຜະດຸງຄັນ ເຊິ່ງຈະມີທີມງານຊ່ຽວຊານຈາກປະເທດຍີ່ປຸ່ນເຂົ້າມາໃຫ້ຄຳປຶກສາ ແລະ ຊ່ວຍແນະນຳການສ້າງລະບົບນີ້ໃຫ້ເຂັ້ມແຂງສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບປະສິດທິຜົນ ທັງຈະເປັນບ່ອນອີງໃຫ້ແກ່ສາຂາວິຊາຊີບອື່ນ.