ອີຢິບ ກຽມເອີ້ນ ຊາລ່າ ກອງໜ້າໂຕເກັ່ງ ຮ່ວມແຂ່ງຂັນໂອລິມປິກ ແລະ ອາຟຣິກາ ຄັບ ອອຟ ນາຊັນ ທີ່ໄອວໍຣີໂຄດ

ລີເວີພູລ ສາຍຂ່າວລາຍງານຂ່າວວ່າ “ຫົງແດງ” ລິເວີພູລ ມີເລື່ອງໃຫ້ໜັກໃຈເມື່ອ ອີຢິບ ກຽມເອີ້ນ ໂມຮາເໝັດ ຊາລ່າ ກອງໜ້າຕົວເກັ່ງ. ເຂົ້າຮ່ວມແຂ່ງຂັນໃນໂອລິມປິກ 2024, ສົ່ງຜົນໃຫ້ຫົງແດງ ຈະຂາດໂອກາດໃຊ້ງານໃນຕອນຕົ້ນຂອງລະດູການ 2024-25.

ໂຣເຈຣິໂອ ມິຄາເຣ ຜູ້ຈັດການທີມຊາດເອຢິບ U23 ຍອມຮັບວ່າລາວຕ້ອງການເລືອກ ໂມຮາເໝັດ ຊາລ່າ ກອງຫນ້າລິເວີພູລ ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2024 ທີ່​ນະຄອນຫລວງ​ປາຣີ, ປະ​ເທດ​ຝຣັ່ງ. ທີ່ຈັດຂຶ້ນລະຫວ່າງວັນທີ 26 ກໍລະກົດຫາວັນທີ 11 ສິງຫາ, ຈະເຮັດໃຫ້ນັກເຕະພາດການແຂ່ງຂັນກ່ອນລະດູການ ແລະ ບາງເກມໃນຕົ້ນລະດູການ 2024-25.