ນີວຄາສເຊິນ ຕໍ່ສັນຍາ ລໍຣິສ ຄາຣິອຸສ ຫລັງປະທັບໃຈຄວາທຸ້ມເທໃນສະໜາມ ຈົນໃຫ້ຢູ່ຊ່ວຍທີມຕໍ່ອີກໜຶ່ງລະດູການ

ເຖິງວ່າລະດູການຜ່ານມາຈະຖືກສົ່ງລົງສະໜາມພຽງແຕ່ນັດດຽວ, ແຕ່ຜູ້ຮັກສາປະຕູຊາວເຢຍລະມັນ ລໍຣິສ ຄາຣິອຸສ ກໍ່ຍັງໄດ້ຮັບຄວາມໄວ້ວາງໃຈຈາກ ນີວຄາສເຊິນ ໃຫ້ຊ່ວຍທີມຕໍ່ໄປອີກໜຶ່ງລະດູການ.

ຄາຣິອຸສ ອາຍຸ 30 ປີ ເຊັນສັນຍາກັບ ນີວຄາສເຊິນ ໃນຖານະເປັນຜູ້ຮັກສາປະຕູມືສອງຂອງພວກເຂົາ. ໃນເດືອນກັນຍາ 2022 ດ້ວຍສັນຍາໄລຍະສັ້ນຈົນຈົບລະດູການ ເຊິ່ງລາວໄດ້ຖືກສົ່ງລົງສະໜາມໃນ ຄາຣາບາວ ຄັບ ຮອບຊິງຊະນະເລີດ ທີ່ເສຍໃຫ້ ແມນເຊັສເຕີ ຢູໄນເຕັດ 0-2, ດ້ວຍມີການປ້ອງກັນຢ່າງສວຍງາມ 2-3 ຈັງຫວະທີ່ສຳຄັນເຮັດໃຫ້ຫລາຍຄົນປະທັບໃຈ.

ຢ່າງໃດກໍຕາມ, ເອັດດີ້ ຮາວ ເລັງເຫັນວ່າ ນິວຄາສເຊິນ ຈະມີໂປຣແກຣມລົງສະຫນາມຫລາຍໃນລະດູການໃຫມ່. ພ້ອມ​ທັງ​ໄດ້​ສິດ​ລົງ​ຫລິ້ນ​ໃນ ຢູຟ້າ ແຊ້ມປ້ຽນລີກ ດ້ວຍ​ເຫດ​ນີ້ ການ​ມີ ຄາ​ຣິ​ອຸ​ສ ເປັນ​ຕົວ​ສຳຮອງ​ຂອງ ນິກ ໂປ​ບ ຜູ້​ຮັກສາ​ປະຕູ​ມືໜຶ່ງ ຖື​ວ່າ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ຈະ​ສົ່ງ​ທີມ​ເຂົ້າ​ແຂ່ງຂັນ​ຊິງ​ຂັນ​ຕ່າງໆ ສັບປ່ຽນກັນ.