ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 8 ເສັ້ນທາງຈາກເມືອງ Libourne ຫາເມືອງ Limoges ປະເທດຝຣັ່ງ ເປັນເສັ້ນທາງພູສູງລະດັບປານກາງ ໄລຍະທາງ 201 ກິໂລແມັດ.
ແຊ້ມສະໜາມນີ້ເປັນຂອງ

ແມັດ ປີເດີເຊັ້ນ ຊາວເດັນມາກ ຈາກທີມລີເດິ້ນ-ເຕັກ ເວລາ 4 ຊົ່ວໂມງ 12 ນາທີ 26 ວິນາທີ ເອົາຊະນະ

ແຊ້ມສະໜາມຜ່ານມາ ຢາສເປີ ຟີລິບເຊັນ ນັກກິລາຊາວເບວຢ້ຽມ (ແບນຊິກ) ຈາກທີມ ອາວເປຊິນ ເດຊູນິກ ພຽງສ້ຽວວິນາທີ.
ຜ່ານໄປ 8 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງຍັງແມ່ນແຊ້ມເກົ່າ

ໂຢນັສ ວິນເກກ໊າດ ຊາວເດັນມາກ ເວລາລວມ 34 ຊົ່ວໂມງ 9 ນາທີ 38 ວິນາທີ, ນຳອັນດັບສອງ

ທາເດ່ ໂປກາຊ້າ 25 ວິນາທີ.
ສະໜາມຕໍ່ໄປ ສະໜາມທີ 9 ຈະແຂ່ງຂັນໃນວັນທີ 9 ກໍລະກົດນີ້ ເສັ້ນທາງຈາກເມືອງ Saint-Léonard-de-Noblat ຫາເມືອງ Puy de Dôme ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 182.5 ກິໂລແມັດ.